EU ແກ່​ຍາວ​ເວ​ລາ​ລົງ​ໂທດ​ຕໍ່​​ບັນ​ດາພົນ​ລະ​ເມືອງ​ລັດ​ເຊຍ

(VOVWORLD) -ສະຫະພາບ ເອີລົບ (EU)ໄດ້ຕໍ່ກຳນົດເວລາຕື່ມອີກ 6 ເດືອນບັນດາຄຳສັ່ງລົງໂທດສ່ວນບຸກຄົນສຳລັບບັນດາພົນລະເມືອງລັດເຊຍຢ່າງເປັນທາງການ, ໝາຍຄວາມວ່າສືບຕໍ່ແກ່ຍາວແຕ່ວັນທີ 15 ມີນາ ຮອດວັນທີ 15 ກັນຍາ 2020. ນີ້ແມ່ນເນື້ອໃນຖະແຫຼງການຂອງສະພາເອີລົບຢູ່ Brussels, ປະເທດ ແບນຊິກ ໃນວັນທີ 14 ມີນາ.
EU ແກ່​ຍາວ​ເວ​ລາ​ລົງ​ໂທດ​ຕໍ່​​ບັນ​ດາພົນ​ລະ​ເມືອງ​ລັດ​ເຊຍ - ảnh 1

ຄວາມເຄັ່ງຕຶງທາງການທູດລະຫວ່າງ ລັດເຊຍ ແລະ EU ພວມປິນຂັ້ນໄດ (ພາບ: Russia Insider/VOV)

ໃນຖະແຫຼງການ, ສະພາເອີລົບໄດ້ຊີ້ແຈ້ງວ່າ ອົງການນີ້ໄດ້ຕົກລົງວ່າ ບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງບັນດາການກະທຳ ເຊິ່ງເຮັດໃຫ້ຢູແກຼນອ່ອນລົງ ຫຼື ນາບຂູ່ເຖິງ  ຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະ ເອກະລາດຂອງ ຢູແກຼນຕ້ອງໄດ້ຮັບການຕໍ່ກຳນົດເວລາຕື່ມອີກ 6 ເດືອນ, ມາຮອດວັນທີ 15 ກັນຍາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ