(VOVWORLD) - ວັນທີ 29 ມິຖຸນາ, ສະຫະພາບ ເອີລົບ (EU) ແລະ ອັງກິດ ໄດ້ເລີ່ມດຳເນີນ ການເຈລະຈາສຳຄັນກ່ຽວກັບຂໍ້ຕົກລົງກຳນົດການພົວພັນລະຫວ່າງສອງຝ່າຍໃນໄລຍະຫຼັງ Brexit ໃນເວລາ 5 ອາທິດ.
ພາບປະກອບ: AFP/TTXVN |
ຮອບເຈລະຈາໃໝ່ຢູ່ Brussels ນີ້ແມ່ນຮອບເຈລະຈາໂດຍກົງຄັ້ງທຳອິດ ທີ່ໄດ້ຮັບການຈັດຕັ້ງນັບແຕ່ເວລາ ຫຼາຍປະເທດເອີລົບນຳໃຊ້ຄຳສັ່ງປິດເມືອງເພື່ອສະກັດກັ້ນໂລກລະບາດ Covid – 19. ຕາມແຜນການ, ຮອບເຈລະຈາດັ່ງກ່າວຈະໄດ້ດຳເນີນໝູນວຽນຢູ່ Brussels ແລະ London ໃນຮອບເວລາ 2 ເດືອນຈະມາເຖິງ.
ບັນດາການປຶກສາຫາລືຈະເລີ່ມຕົ້ນດ້ວຍກອງປະຊຸມລະຫວ່າງ ທ່ານ Michael Barnier ຫົວໜ້າຄະນະເຈລະຈາຂອງ EU ແລະ ຝ່າຍອັງກິດແມ່ນທ່ານ David Frost. ບັນດາການເຈລະຈາຈະມາເຖິງນີ້ ໄດ້ຮັບການຕັ້ງຄວາມຫວັງວ່າ ຈະຊ່ວຍໃຫ້ສອງຝ່າຍແກ້ໄຂບັນດາຄວາມຂັດແຍ່ງ ທີ່ເປັນສິ່ງກີດຂວາງວິວັດທະນາການເຈລະຈາໃນຫຼາຍເດືອນທີ່ຜ່ານມາ.