EU ໃກ້ຈະ​ມີ​ມາດ​ຕະ​ການ​ແຂງ​ກະ​ດ້າງ ຕໍ່​ຈີ​ນເປັ​ນ​ຄັ້ງ​ທຳ​ອິດ ໃນກ່​ວາ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ

(VOVWORLD) -ຂ່າວກ່ຽວກັບບັນດາມາດຕະການແຂງກະດ້າງຂອງ ສະຫະພາບ ເອີລົບຕໍ່ຈີນໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 27 ຂອງ ເອກອັກຄະລັດຖະທູດ ບັນດາປະເທດ ສະຫະພາບເອີລົບໃນວັນທີ 17 ມີນາ
EU ໃກ້ຈະ​ມີ​ມາດ​ຕະ​ການ​ແຂງ​ກະ​ດ້າງ ຕໍ່​ຈີ​ນເປັ​ນ​ຄັ້ງ​ທຳ​ອິດ ໃນກ່​ວາ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ - ảnh 1ພາບປະກອບ: AFP

ບັນດາແຫຼ່ງຂ່າວການຕ່າງປະເທດ ຢູ່ເອີລົບໃຫ້ຮູ້ວ່າ, ສະຫະພາບເອີລົບ ໄດ້ເຫັນດີເປັນເອກະພາບ ແລະ ອາດຈະວາງອອກບັນດາມາດຕະການແຂງກະດ້າງຕໍ່ບັນດາເຈົ້າໜ້າທີ່ ແລະ ອົງການຈັດຕັ້ງ ຢູ່ຈີນກັບບັນດາຂໍ້ກ່າວຫາລະເມີດສິດທິມະນຸດ, ການກະທຳທຳອິດຂອງກຸ່ມນີ້ ຈະໄດ້ຈັດວາງພາຍຫຼັງກ່ວາ 3 ທົດສະວັດ.

 ຂ່າວກ່ຽວກັບບັນດາມາດຕະການແຂງກະດ້າງຂອງ ສະຫະພາບ ເອີລົບຕໍ່ຈີນໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 27 ຂອງ ເອກອັກຄະລັດຖະທູດ ບັນດາປະເທດ ສະຫະພາບເອີລົບໃນວັນທີ 17 ມີນາ, ຕາມນັ້ນແລ້ວ, EU ຈະຈັດວາງບັນດາຄຳສັ່ງຫ້າມໄປມາ ແລະ ອາຍັດຊັບສິນສຳລັບ 4 ບຸກຄົນ ແລະ 1ອົງການຈັດຕັ້ງຢູ່ຈີນ ດ້ວຍບັນດາຂໍ້ກ່າວຫາລະເມີດສິດທິມະນຸດ.

        ກ໋ວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ