EU ໜູນຊ່ວຍນະໂຍບາຍ ຂະແໜງສາທາລະນະສຸກຫວຽດນາມ ແຫຼ່ງທຶນ 114 ລ້ານ ເອີໂລ

EU ໜູນຊ່ວຍນະໂຍບາຍ ຂະແໜງສາທາລະນະສຸກຫວຽດນາມ ແຫຼ່ງທຶນ 114 ລ້ານ ເອີໂລ - ảnh 1
(ພາບປະກອບ)

(vovworld) – ຕອນບ່າຍວັນທີ 04/12, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມ ໃນສັນຍາການເງິນ “​ໂຄງການ​ໜູນ​ຊ່ວຍນະໂຍບາຍຂະແໜງສາທາລະນະສຸກ ​ໄລຍະ 2” ທີ່​ມີ​ມູນ​ຄ່າ 114 ລ້ານ​ເອີ​ໂລ ລະຫວ່າງ​ກະຊວງ​ການ​ເງິນ​ຫວຽດນາມ ​ແລະ EU. ນີ້​ແມ່ນ​ບ້ວງ​ເງິນຊ່ວຍ​ເຫຼືອ​ຫຼ້າ​ທີ່​ສະຫງວນ​ໃຫ້​ຫວຽ​ດນາມ ​ເພື່ອ​ແນ​ໃສ່​ພັດທະນາ​ລະບົບ​ເບິງ​ແຍງ​ສຸຂະພາບ. 114 ລ້ານ​ເອີ​ໂລ ​ແມ່ນ​ບ້ວງ​ເງິນ​ອຸປະ​ຖຳ​ຫຼາຍ​ກວ່າ​ໝູ່​ຂອງ Eu ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ຢູ່​ພາກ​ພື້ນ​ອາຊີ.        ໂຄງການ​ໜູນ​ຊ່ວຍນະໂຍບາຍຂະແໜງສາທາລະນະ​ສຸກ​ໄລຍະ 2 ຈະ​ໜູນ​ຊ່ວຍ​ຫວຽ​ດນາມ ປະຕິຮູບ​ຂະ​ແໜງ​ສາທາລະນະ​ສຸກ​ໄລຍະ 2015 – 2017. ​ເລື່ອງ​ໜູນ​ຊ່ວຍຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກຍູ້​ວິວັດທະນາ​ການ​ສາທາລະນະ​ສຸກ​ທົ່ວ​ປວງ​ຊົນ; ປະຕິ​ຮູບ​ການ​ຊົ​ມ​ໃຊ້ ​ແລະ ຄຸນ​ນະພາ​ບການ​ບໍລິການ​ສາທາລະນະ​ສຸກ​ຢູ່​ຂັ້ນ​ຮາກ​ຖານ, ປະກອບສ່ວນ​ຫຼຸດຜ່ອນ​ສະພາບ​ຮັບ​ຄົນ​ເຈັບ​ເກີນ​ຂອບ​ເຂດ​ຢູ່​ໂຮງໝໍ​ຂັ້ນ​ສູນ​ກາງ.

ຂ່າວ/ບົດ​ອື່ນ