EuroCham ເພີ່ມທະວີການພົວພັນລະຫວ່າງ
ວິສາຫະກິດ ຫວຽດນາມ - ອີຢູ
(ພາບ: TTXVN)
(vovworld) - ວັນທີ 21/1, ສະຫະສະມາຄົມວິສາຫະກິດເອີລົບ (EuroCham) ປະຈຳ ຫວຽດນາມໄດ້ປະກາດບັນດາການເຄື່ອນໄຫວຕົ້ນຕໍໃນປີ 2016, ກໍ່ຄືບັນດາລາຍການໃຫ້ຄຳໝັ້ນສັນຍາ ແລະ ໜູນຊ່ວຍປະຊາຄົມວິສາຫະກິດ ຫວຽດນາມ ແລະ ອີຢູ ເພີ່ມທະວີການພົວພັນຮ່ວມມືລົງທຶນ, ການຄ້າ. ຕາມທ່ານນາງ Nicolo Connolly, ປະທານ EuroCham ປະຈຳ ຫວຽດນາມແລ້ວ, ໃນປີ 2016, EuroCham ຈະປ່ຽນໃໝ່ບັນດາໂຄງການດຳເນີນງານຢ່າງມີຫົວຄິດປະດິດສ້າງ ໃຫ້ເໝາະສົມກັບບັນດາການປ່ຽນແປງໃຫຍ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ຄືດັ່ງໄດ້ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ. ການຮ່ວມມືລະຫວ່າງ EuroCham ແລະ ກະຊວງການຕ່າງປະເທດ ໄດ້ສ້າງພື້ນຖນໃຫ້ແກ່ການພົວພັນຄູ່ຮ່ວມມືກ່ຽວກັບດ້ານການຄ້າ, ການລົງທຶນ…ດ້ານອື່ນ, ເພື່ອໜູນຊ່ວຍບັນດາວິສາຫະກິດໃຫ້ດີທີ່ສຸດ EuroCham ຈະສຸມໃສ່ບັນດາຂົງເຂດເຄື່ອນໄຫວຕົ້ນຕໍເຊັ່ນ: ຂົນຂວາຍນະໂຍບາຍ, ຕັ້ງໜ້າໂຄສະນາ, ເພີ່ມທະວີການພົວພັນລະຫວ່າງອົງການກ່ຽວຂ້ອງ - ສະຫະສະມາຄົມ - ວິສາຫະກິດ… ພິເສດ EuroCham ຍັງຍູ້ແຮງການປະຕິບັດບັນດາໂຄງການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ອີຢູ ກ່ຽວກັບຊັບສິນທາງປັນຍາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເພີ່ມທະວີການດຳເນີນທຸລະກິດຂຽວ, ສຳຫຼວດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ … ເພື່ອແນໃສ່ສະໜອງຂໍ້ມູນຂ່າວ, ໜູນຊ່ວຍປະຊາຄົມວິສາຫະກິດຫວຽດນາມ ແລະ ອີຢູຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດໃຫ້ດີກວ່າ.