Eurozoneຕົກລົງປ່ອຍເງິນ1ຕື້ເອີໂຣໃຫ້ເກຼກ
ພາບປະກອບ
(ຈາກ: Bloomberg)
(vovworld) – ທີ່ກອງປະຊຸມຖືກດຳເນີນໃນວັນທີ 17/12 ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ລັດຖະມົນຕີການເງິນບັນດາປະເທດນຳໃຊ້ສະກຸນເງິນ ເອີໂຣລວມ (Eurogroup) ໄດ້ຕົກລົງປ່ອຍຈຳນວນເງິນ 1 ຕື້ເອີໂຣ ໃຫ້ແກ່ ເກຼກ. ນີ້ແມ່ນບ້ວງເງິນໜູນຊ່ວຍທີ່ເຄີຍຖືກໂຈະໄວ້ໃນຫຼາຍເດືອນຜ່ານມາ ຍ້ອນການເຈລະຈາຄັ້ງຕ່າງໆລະຫວ່າງ ເກຼກ ແລະ ເຈົ້າໜີ້ສາກົນເຊິ່ງລວມມີ ສະຫະພາບ ເອີລົບ (ອີຢູ), ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານສູນກາງ ເອີລົບ (ECB) ບໍ່ບັນລຸໄດ້ໝາກຜົນ. ໃນແຈ້ງຂ່າວກ່ຽວກັບການປ່ອຍບ້ວງເງິນນີ້, ປະທານ Eurogroup ທ່ານ Jeroen Dijsselbloem ສະແດງຄວາມເພິງພໍໃຈຍ້ອນ ເກຼກຕອບສະໜອງຄຳຮຽກທັງ 4 ເຈົ້າໜີ້ເຫຼົ່ານັ້ນຍົກອອກ ແລະ ກໍຕາມທ່ານ Dijsselbloem ແລ້ວ, ເກຼກ ໄດ້ດຳເນີນການປະຕິຮູບສຳຄັນຫຼາຍຢ່າງ, ພິເສດແມ່ນປະຕິຮູບລະບົບບໍລິຫານແຫ່ງລັດ, ສ້າງໂຄງປະກອບຄືນໃໝ່ ແລະ ຍຸບເລີກບໍລິສັດແຫ່ງລັດ 3 ແຫ່ງເພື່ອຫັນເປັນຫຸ້ນສ່ວນ, ປ່ຽນໃໝ່ກົນໄກທະນາຍຄວາມກໍ່ຄືປັບປຸງສະພາບການເງິນຂອງບໍລິສັດສະໜອງນ້ຳ 2 ແຫ່ງ.