(vovworld) – ດ້ວຍການຊ່ວຍເຫຼືອລວມມູນຄ່າ 114 ລ້ານເອີໂລ ຂອງສະຫະພາບເອີລົບ (EU), ໂຄງການໜູນຊ່ວຍນະໂຍບາຍຂະແໜງສາທາລະນະສຸກຫວຽດນາມ ໄລຍະ 2 ຈະໄດ້ຮັບການຜັນຂະຫຍາຍ ໂດຍສຸມໃສ່ໃຫ້ບຸລິມະສິດຢູ່ 10 ແຂວງເຂດພູສູງໃນທົ່ວປະເທດ. ໂຄງການໜູນຊ່ວຍງົບປະມານຂະແໜງສາທາລະນະສຸກໄລຍະ 1 ໄດ້ຮັບການຜັນຂະຫຍາຍໃນຮອບເວລາ 4 ປີ (2010 - 2013) ດ້ວຍງົບປະມານ 39,5 ລ້ານເອີໂລ.
ວັນທີ 18/09 ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາ “ຜັນຂະຫຍາຍຄັ້ງທີ 1 ໂຄງການໜູນຊ່ວຍງົບປະມານຂະແໜງສາທາລະນະສຸກຂອງ EU ໄລຍະ 2” ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການທ່ີກ່ຽວຂ້ອງ ແລະ ບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ ຟ້າມເລຕ໋ວນ ໃຫ້ຮູ້ວ່າ, ໂຄງການໜູນຊ່ວຍງົບປະມານຂະແໜງສາທາລະນະສຸກເຊິ່ງ EU ຊ່ວຍເຫຼືອໃຫ້ຫວຽດນາມ ເພື່ອແນໃສ່ຊຸກຍູ້ເລື່ອງປະຊາຊົນໃນທົ່ວປະເທດໄດ້ຮັບບໍລິການປະກັນສຸຂະພາບ, ປັບປຸງກຳລັງຄວາມສາມາດ ແລະ ຄຸນນະພາບການລິການດ້ານສາທາລະນະສຸກ, ໜູນຊ່ວຍສ້າງນະໂຍບາຍ ແລະ ແຜນການຂະແໜງສາທາລະນະສຸກໃຫ້ໄລຍະ 2016 – 2020.