FAOຕີລາຄາສູງຜົນງານຂອງຫວຽດນາມໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ
ພາບປະກອບ:internet
|
(vovworld)- ອົງການອາຫານ ແລະ ກະເສດ ສປຊ(FAO) ຖືຫວຽດນາມ ແມ່ນແບບຢ່າງປະສົບຜົນສຳເລັດໃນວຽກງານພັດທະນາກະສິກຳ, ຫັນເຂດຊົນນະບົດເປັນທັນສະໄຫມ, ປະຕິບັດວຽກງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກເປັນຢ່າງດີ, ຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ. ຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ບັນດາປະເທດພວມພັດທະນາ ຮ່ຳຮຽນຕາມ, ໃນສະພາບການໂລກພວມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍບັນດາການຜັນແປສັບສົນທີ່ນາບຂູ່ເຖິງການຄ້ຳປະກັນອາຫານທົ່ວໂລກ. ນັ້ນແມ່ນ ຄຳກ່າວປາໄສຂອງທ່ານ Jose Graziano da Silva ຜູ້ອຳນວຍການໃຫຍ່ FAO ໃນການເຮັດວຽກກັບທ່ານ ກາວດຶກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃນວັນທີ 8/10 ຢູ່ສຳນັກງານຂອງອົງການນີ້ ທີ່ Rome ປະເທດ ອີຕາລີ. ທ່ານ Jose Graziano da Silva ປາດຖະຫນາ ຢາກໃຫ້ຫວຽດນາມ ແບ່ງປັນບັນດາບົດຮຽນອັນລ້ຳຄ່າຂອງຕົນ ຜ່ານການເຂົ້າຮ່ວມຢ່າງຕັ້ງຫນ້າໃນຂອບເຂດການຮ່ວມມື ໃຕ້- ໃຕ້, ຢືນຢັນ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ FAO ແລະ ຫວຽດນາມໃນໄລຍະຈະມາເຖິງ.