(VOVWORLD) - ຄະນະກຳມະການຕະຫຼາດເປີດຂອງສະຫະລັດ (FOMC) ຈະຕິດຕາມກວດກາສະພາບຜັນແປການເສດຖະກິດ ຢ່າງແໜ້ນແຟ້ນ ແລະ ຈະມີການກະທຳທີ່ເໝາະສົມເພື່ອຮັກສາທ່າເຕີບໂຕພ້ອມກັບຕະຫຼາດແຮງງານທີ່ໝັ້ນຄົງເຂັ້ມແຂງ ແລະ ເງິນເຟີ້ໃຫ້ຢູ່ໃກ້ກັບເປົ້າໝາຍດຸ່ນດ່ຽງ ລະດັບ 2%.
ທ່ານ Jerome Powell ປະທານ FED (ພາບ:Reuters) |
ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດຂອງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ, ວັນທີ 19 ມິຖຸນາ, ທະນາຄານສະສົມ ສະຫະລັດອາເມລິກາ (FED) ໄດ້ຕັດສິນໃຈຮັກສາ ອັດຕາດອກເບ້ຍພື້ນຖານໄວ້ຄືເກົ່າ ຢູ່ລະດັບແຕ່ 2,25 – 2,5%. ບັນດານັກຊ່ຽວຊານ ຂອງ FEDໃຫ້ຮູ້ວ່າ ຕະຫຼາດແຮງງານຂອງ ອາເມລິກາ “ຍັງໝັ້ນຄົງ” ແລະ ການເຄື່ອນໄຫວທາງເສດຖະກິດ “ພວມເພີ່ມຂຶ້ນຢູ່ລະດັບທີ່ກົມກຽວ ”ນັບແຕ່ເດືອນ ພຶດສະພາ.
ຄະນະກຳມະການຕະຫຼາດເປີດຂອງສະຫະລັດ (FOMC) ຈະຕິດຕາມກວດກາສະພາບຜັນແປການເສດຖະກິດ ຢ່າງແໜ້ນແຟ້ນ ແລະ ຈະມີການກະທຳທີ່ເໝາະສົມເພື່ອຮັກສາທ່າເຕີບໂຕພ້ອມກັບຕະຫຼາດແຮງງານທີ່ໝັ້ນຄົງເຂັ້ມແຂງ ແລະ ເງິນເຟີ້ໃຫ້ຢູ່ໃກ້ກັບເປົ້າໝາຍດຸ່ນດ່ຽງ ລະດັບ 2%.
ກ່ອນໜ້ານັ້ນ, ທ່ານ ປະທານາທິບໍດີ ອາເມລິກາ Donald trump ສືບຕໍ່ເພີ່ມກຳລັງດັນທາງການເມືອງ ແລະ ຮຽກຮ້ອງຕ້ອງການໃຫ້ທະນາຄານສູນກາງນີ້ຫຼຸດຜ່ອນອັດຕາດອກເບ້ຍລົງເພື່ອຊຸກຍູ້ພື້ນຖານເສດຖະກິດກ້າວຂຶ້ນ.