Festival ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບຄັ້ງທີ2ຈະດຳເນີນຢູ່ຝລັ່ງ

Festival ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບຄັ້ງທີ2ຈະດຳເນີນຢູ່ຝລັ່ງ - ảnh 1
(ພາບ​ປະ​ກອບ: giaoduc.net.vn)

(vovworld) - ວັນ​ທີ 08/08, ຢູ່​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ (UEVF) ໄດ້​ຈັດ​ການ​ປະ​ຊຸມ​ຂ່າວໂຄ​ສະ​ນາ “Festival ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ເອີ​ລົບ ຄັ້ງ​ທີ 2” ເຊິ່ງຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 27 – 28/08, ຢູ່​ນະ​ຄອນ Choisy le Roi, ຊານ​ນະ​ຄອນ​ຫຼ​ວງ​ປາ​ຣີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ຫງວຽນ​ຫງອກ​ເຊີນ ໄດ້​ຕີ​ລາ​ຄາ​ສູງ​ຈຸດ​ປະ​ສົງ ແລະ ຄວາມ​ໝາຍ​ຂອງ​ເຫດ​ການ​ສຳ​ຄັນ​ນີ້. ຕາມ​ທ່ານ​ ຫງວຽນ​ຫງອກ​ເຊີນ ແລ້ວ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ເທດ​ຊ​າດ, ຊາວ ຫວຽດນາມ ແລະ ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໃຫ້​ເພື່ອນ​ມິດ​ຝ​ລັ່ງ ແລະ ສາ​ກົນ, ພ້ອມ​ທັງ​ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ, ອ່​ວາຍ​ໜ້າ​ເມື່ອ​ຫາ​ບ້ານ​ເກີດ​ເມືອງນອນ​ໃຫ້​ບັນ​ດາ​ເພື່ອນ​ໜຸ່ມ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ຝ​ລັ່ງ ແລະ ບັນ​ດາ​ປະ​ເທດ​ອື່ນ​ຢູ່​ເອີ​ລົບ.

ຂ່າວ/ບົດ​ອື່ນ