Festival ມໍລະດົກ UNESCO ຫວຽດນາມ - ອາຊຽນ ຄັ້ງທີ 1

Festival ມໍລະດົກ UNESCO ຫວຽດນາມ - ອາຊຽນ ຄັ້ງທີ 1 - ảnh 1
ນະຄອນ ດ່າລາດ
(ພາບປະກອບ)

(vovworld) - Festival ມໍລະດົກ UNESCO ຫວຽດນາມ - ອາ​ຊຽນ ຄັ້ງ​ທີ 1 ຈະ​ຖືກ​ຈັດ​ຕັ້ງ​ຢູ່​ແຂວງ ​ເລີ​ມດົ່ງ ​ໃນ​ເວລາ 5 ວັນ (​ແຕ່​ວັນ​ທີ 27 – 31/12/2013). ຕາມ​ນັ້ນ​ແລ້ວ, ຢູ່​ແຂວງ ​ເລີມ​ດົ່ງ, Festival ມໍລະດົກ UNESCO ຫວຽດນາມ - ອາ​ຊຽນ ຄັ້ງ​ທີ 1 ຈະໄດ້ຜັນຂະຫຍາຍພ້ອມກັບພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ ດ່າລາດ, Festival ດອກໄມ້ ດ່າລາດ ຄັ້ງທີ 5. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນແຂວງ ເລີມດົ່ງ ປະກາດປີທ່ອງທ່ຽວແຫ່ງຊາດເຂດ ໄຕງວຽນ - ດ່າລາດ ປີ 2014. Festival ດຶງດູດການເຂົ້າຮ່ວມຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ຄື: ອິນເດຍ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ, ບັນດາແຂວງ, ນະຄອນ ຂອງ ຫວຽດນາມ ທີ່ມີມໍລະດົກ UNESCO ລວມມີ 5 ແຂວງ​ເຂດ ໄຕງວຽນ, 4 ແຂວງ​ເຂດພາກກາງ ແລະ 8 ແຂວງ, ນະຄອນ ທາງພາກເໜືອ ແລະ ພ້​ອມກັນ​ນັ້ນ ກໍ່​ໄດ້​ຮັບການຕອບສະໜອງຢ່າງຕັ້ງໜ້າຂອງບັນດາທ້ອງຖິ່ນມີມໍລະດົກພວມຍື່ນສະເໜີຕໍ່ UNESCO.

ຂ່າວ/ບົດ​ອື່ນ