Festival ເຫ໋ວ 2014: ຈັດພິທີບູຊາຢູ່ເວທີ ນາມຢາວ

Festival ເຫ໋ວ 2014: ຈັດພິທີບູຊາຢູ່ເວທີ ນາມຢາວ - ảnh 1
ພິທີບູຊາຢູ່ ເວທີ ນາມ​ຢາ​ວ
(ພາບ: vtc.vn)


(vovworld) - ​ໃນ​ຂອບ​ເຂດ​ບັນດາ​ງານ​ບຸນ​ຕົ້ນ​ຕໍຂອງ Festival ​ເຫ໋ວ 2014, ຕອນ​ເຊົ້າ​ວັນ​ທີ 17/04, ສູນ​ອະນຸລັກ​ຮັກສາ​ເຂດ​ປູຊະນີຍະສະຖານ​ກຸງເກົ່າ​ເຫ໋ວ  ​ໄດ້​ຈັດ​ພິທີບູຊາຢູ່ ເວທີ ນາມ​ຢາ​ວ. ນິ້​ແມ່ນ​ພິທີ​ບູຊາຖືກ​ຈັດ​ຂຶ້ນ​ຕາມ​ພິທີການ​ສຳຄັນ​ຂອງ​ສະ​ໄໝ​ລາຊະວົງ ຫງວຽນ. ທ່ານ ​ໂງ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ໋ວ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ Festival ​ເຫ໋ວ 2014 ​ໃຫ້​ຮູ້​ວ່າ.

        “​ໃນ​ຄັ້ງ​ນີ້, ບົນ​ພື້ນຖານ​ພວກ​ຂ້າພະ​ເຈົ້າ​ຖືພິທີບູຊາຢູ່ເວທີ ນາມ​ຢາ​ວ ຄື​ດັ່ງວັດທະນະທຳ​​ແຫ່ງຈິດ​ວິນ​ຍານ​ຢູ່ເຂດ​ດິນ​ແດນ​​ແຫ່ງ​ໜຶ່ງຂອງ​ຊາວ​ຫວຽດນາມ ພວກ​ເຮົາ. ພິທີບູຊາຢູ່ເວທີ ນາມ​ຢາ​ວ ດ້ວຍຈຸດໝາຍ​ພາ​ວິນາຂໍ​ໃຫ້​ປະ​ເທດ​ມີ​ຄວາມ​ສັນຕິ​ສຸກ, ປະຊາຊົນ​ອີ່ມໜຳ​ສຳ​ນານ, ດິນ​ຟ້າ​ອາກາດ​​ເອື້ອ​ອຳນວຍ​ຄວາມ​ສະ​ດວກ”.

        ​ພິທີບູຊາຢູ່ເວທີ ນາມ​ຢາ​ວ ຖືກ​ຈັດ​ຂຶ້ນ​ໃນ​ບັນຍາກາດ​ທີ່​ເຄັ່ງ​ຂຶມອັນໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຊາວ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ຂ່າວ/ບົດ​ອື່ນ