(vovworld) – ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ”, Festival ເຫວ້ 2014 ຈະຖືກຈັດຕັ້ງເປັນເວລາ 9 ວັນດ້ວຍການເຄື່ອນໄຫວສິລະປະ, ວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 12/12, ຢູ່ ຮ່າໂນ້ຍ. ທ່ານ ຫງວຽນວັນແທງ, ຮອງຜູ້ອຳນວຍການສູນ Festival ເຫວ້, ຮອງຫົວໜ້າຄະນະຈັດຕັ້ງ Festival ເຫວ້ 2014, ຢືນຢັນວ່າ:
“Festival ເຫວ້ ຄັ້ງທີ 8 ປີ 2014 ໄດ້ຕິດພັນກັບບັນດາເຫດການປະຫວັດສາດ, ວັດທະນະທຳຂອງເຫວ້, ບັນດາເຫດການວັດທະນະທຳ, ການເມືອງແຫ່ງຊາດ, ສົມທົບກັບບັນດາການເຄື່ອນໄຫວ ວັດທະນະທຳ, ທ່ອງທ່ຽວ, ສິລະປະ ແລະ ງານບຸນມີຂອບຂະໜາດໃຫຍ່, ມີລັກສະນະປະຊາຄົມສູງ, ໃໝ່ອ່ຽມ, ດຶງດູດ. Festival ຈະແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດຂອງ ເທື່ອທຽນເຫວ້; ສືບຕໍ່ຢັ້ງຢືນເຄື່ອງໝາຍ Festival ເຫວ້ ກັບບັນດາຈຸດທີ່ເປັນເອກະລັກສະເພາະທີ່ໄດ້ຮັບການສ້າງຂຶ້ນ ແລະ ຕີລາຄາສູງຜ່ານງານ Festival ຄັ້ງຕ່າງໆ. ສຳລັບ ເທື່ອທຽນເຫວ້, Festival 2014 ກໍ່ແມ່ນປີທີ່ມີຂີດໝາຍຫຼາຍຢ່າງ, ມີຫຼາຍເຫດການທີ່ມີຄວາມໝາຍໃນຂະບວນການກໍ່ສ້າງ, ພັດທະນາຕົວເມືອງ ເຫວ້, ຄື: ສະເຫຼີມສະຫຼອງ 115 ປີແຫ່ງຂົວ ເຈື່ອງຕຽນ ແລະ ຕະຫຼາດ ດົງບາ, 115 ປີການກໍ່ສ້າງໂຮງຮຽນເຄິ່ງລັດ, ເຄິ່ງເອກະຊົນ ເຫວ້...”
ຕາມຄະນະຈັດຕັ້ງແລ້ວ, Festival ເຫວ້ 2014 ສືບຕໍ່ວາດພາບຫຼາຍງານບຸນລາດຊະວັງທີ່ເປັນເອກະລັກສະເພາະ ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳປະຊາຄົມທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ງານວາງສະແດງຄັ້ງຕ່າງໆ, ວາງສະແດງສິລະປະປ່ອຍວ່າວ ເຫວ້, ການເຄື່ອນໄຫວສິລະປະຈັດວາງ, ສິລະປະດົນຕີ - ສິລະປະໃນການແຕ້ມຮູບຕາມທ້ອງຖະໜົນ, ກອງປະຊຸມສຳມະນາວິທະຍາສາດ, ງານຕະຫຼາດນັດການຄ້າສາກົນ, ການເຄື່ອນໄຫວກິລາ, ອາຫານການກິນ, ລາຍການທ່ອງທ່ຽວ...