FIFA ຄັດເລືອກ ຫວຽດນາມ ປະຕິບັດໂຄງການທົດລອງການພັດທະນາບານເຕະຍິງ

(VOVWORLD) -

ວັນທີ 28 ກຸມພາ, ສະຫະພັນບານເຕະ ຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Belinda Wilson ນັກຊ່ຽວຊານບານເຕະຍິງຂອງສະຫະພັນບານເຕະໂລກ (FIFA) ກ່ຽວກັບໂຄງການທົດລອງການພັດທະນາບານເຕະຍິງຢູ່ ຫວຽດນາມ.

FIFA ຄັດເລືອກ ຫວຽດນາມ ປະຕິບັດໂຄງການທົດລອງການພັດທະນາບານເຕະຍິງ - ảnh 1(ພາບປະກອບ)

ໂຄງການນີ້ ໂດຍສະຫະພັນບານເຕະໂລກໄດ້ໝູນໃຊ້ການທົດລອງຢູ່ 12 ປະເທດໃນໂລກ, ໃນນັ້ນ ຢູ່ ອາຊີ ມີພຽງແຕ່ 2 ປະເທດໄດ້ຮັບການເລືອກເຟັ້ນເຂົ້າຮ່ວມ ລວມມີ ຫວຽດນາມ ແລະ ບາເຣັນ ເທົ່ານັ້ນ. ທ່ານນາງ  Belinda Wilson ເນັ້ນໜັກວ່າ: ນີ້ແມ່ນໂຄງການສຳຄັນ ດ້ວຍຍຸດທະສາດພັດທະນາບານເຕະຍິງຂອງສະຫະພັນບານເຕະໂລກ ແລະ ບັນດາສະຫະພັນບານເຕະສະມາຊິກເວົ້າສະເພາະ. ຖ້າຫາກຜັນຂະຫຍາຍສຳເລັດຜົນ ໂຄງການຈະໄດ້ແຜ່ຂະຫຍາຍອອກສູ່ຫລາຍປະເທດອື່ນໆຢ່າງກ້ວາງຂວາງ.

        ຊ່ຽວຊານບານເຕະຍິງຂອງສະຫະພັນບານເຕະໂລກຕີລາຄາສູງຄວາມສາມາດບົ່ມຊ້ອນການພັດທະນາຂອງບານເຕະຍິງ ຫວຽດນາມ, ເປັນຕົ້ນ ແມ່ນບັນດາທິມບານເຕະໜຸ່ມ ບັນລຸໄດ້ບາງລາງວັນຢູ່ການແຂ່ງຂັນລະດັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ