ພາບປະກອບ
|
(vovworld) – ກອງປະຊຸມສຳມະນາ “ສັນຍາການຄ້າເສລີ ຫວຽດນາມ - ສ. ເກົາຫຼີ: ເນື້ອໃນໃຫ້ຄຳໝັ້ນສັນຍາ, ຜົນກະທົບເຖິງວິສາຫະກິດ ຫວຽດນາມ”, ໂດຍກະຊວງອຸດສາຫະກຳ - ການຄ້າ, ກະຊວງການເງິນ ແລະ ຫ້ອງການການຄ້າ - ອຸດສາຫະກຳ ຫວຽດນາມ (VCCI) ຈັດຕັ້ງໃນວັນທີ 22/5, ຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ບັນດາວິສາຫະກິດໄດ້ຮັບຟັງຜູ້ຕາງໜ້າກະຊວງອຸດສາຫະກຳ - ການຄ້າ ໄຈ້ແຍກກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍເມື່ອປະຕິບັດ ສັນຍາການຄ້າເສລີ ຫວຽດນາມ - ສ. ເກົາຫຼີ. ຕາມທ່ານ ຟ້າມຄັກຕວຽນ, ຫົວໜ້າຫ້ອງການອາຊີຕາເວັນອອກສ່ຽງເໜືອ, ກົມຕະຫຼາດ ອາຊີ - ປາຊີຟິກ, ກະຊວງອຸດສາຫະກຳ ການຄ້າ ແລ້ວ, ຄຽງຂ້າງບັນດາກາລະໂອກາດ, ວິສາຫະກິດ ຫວຽດນາມ ກໍ່ປະເຊີນໜ້າກັບບັນດາການທ້າທາຍເມື່ອເຂົ້າຮ່ວມສັນຍານີ້:
“ວິສາຫະກິດຕ້ອງເຮັດແນວໃດເພື່ອຍົກສູງຄຸນນະພາບຜະລິດຕະພັນເພື່ອເຂົ້າຮ່ວມບັນດາລະບົບໃຫຍ່ຂອງ ສ. ເກົາຫຼີ. ຕາມປົກກະຕິແລ້ວ, ບັນດາວິສາຫະກິດ ສ. ເກົາຫຼີ ເກັບຊື້ສິນຄ້າຂອງວິສາຫະກິດຢູ່ຕ່າງປະເທດສ່ວນຫຼາຍໄດ້ແມ່ນສົນໃຈເຖິງຄຸນນະພາບສິນຄ້າ, ລາຄາ ແລະ ເວລາສົ່ງສິນຄ້າ. 3 ປັດໄຈໃຫຍ່ນີ້ລ້ວນແຕ່ໂດຍບັນດານັກສົ່ງອອກ ສ. ເກົາຫຼີ ຍົກອອກມາ.”