G20ປຶກສາຫາລືກ່ຽວກັບບັນດາການຜັນແປຂອງພື້ນຖານເສດຖະກິດທົ່ວໂລກ

G20ປຶກສາຫາລືກ່ຽວກັບບັນດາການຜັນແປຂອງພື້ນຖານເສດຖະກິດທົ່ວໂລກ - ảnh 1
ພາບ​ປະ​ກອບ:internet

(vovworl)- ຕອນ​ຄ່ຳ​ວັນ​ທີ 4/9, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ຊັ້​ນ​ນຳ​ຂອງ​ໂລກ ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ນະ​ຄອນ​ຫລວງ Ankara ຂອງ​ຕວກ​ກີ. ກອງ​ປະ​ຊຸມ​ແກ່​ຍາວ​ໃນ​ເວ​ລາ 2 ມື້ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ການ​ຜັນ​ແປ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ພາ​ຍ​ຫລັງ ຈີນ ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ, ຄວາມ​ຊັກ​ຊ້າ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍພົ້ນ​ເດັ່ນ ແລະ ການ​ຟື້ນ​ຕົວ​ຢ່າງ​ຊັກ​ຊ້າ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ. ບັນ​ດາ​ເຈົ້າ​ຫນ້າ​ທີ່ G20 ຄື: ຍີ່​ປຸ່ນ ແລະ ອິນ​ເດຍ ລ້ວນ​ແຕ່​ຢືນ​ຢັນ ບັນ​ດາ​ການ​ຜັນ​ແປ​ຢ່າງ​ແຮງ​ຂອງ​ຕະ​ຫລາດ​ຈີນ​ ໃນ​ໄລ​ຍະ​ມໍ່ໆ​ມານີ້ ພ້ອມ​ກັບ​ການ​ກະ​ທົບ​ຂອງ​ມັນ ຈະ​ແມ່ນ​ຫົວ​ເລື່ອງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຕົ້ນ​ຕໍ​ໃນ​ກອງ​ປະ​ຊ​ຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ