G20ເດັດດ່ຽວສືບຕາມການຄ້າເສລີທົ່ວໂລກ

(VOVWORLD) -ວົງການເຈົ້າຫນ້າທີ່ການເງິນບັນດາປະເທດສະມາຊິກ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ເດັດດ່ຽວຊຸກຍູ້ການຄ້າເສລີ ແລະ ຮັດແຫນ້ນການພົວພັນຮ່ວມມືສາກົນ ເພື່ອປະເຊີນຫນ້າກັບການເພີ່ມຂຶ້ນຂອງລັດທິອາລັກຂາໃນຂອບຂະຫນາດທົ່ວໂລກ. 

G20ເດັດດ່ຽວສືບຕາມການຄ້າເສລີທົ່ວໂລກ - ảnh 1 ບັນດາລັດຖະມົນຕີການເງິນ G20 ເຂົ້າຮ່ວມກອງປະຊຸມ

ພາບ:AFP

ທີ່ກອງປະຊຸມລັດຖະມົນຕີການເງິນ G20 ດຳເນີນໃນວັນທີ 12-13 ຕຸລາ ໃນຂອບເຂດກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ IMF ແລະ ທະນາຄານໂລກ WB ຢູ່ ວໍຊີງຕັນ ສະຫະລັດ ອາເມລິກາ, ລັດຖະມົນຕີການເງິນບັນດາປະເທດ ໄດ້ຢືນຢັນຄວາມມານະພະຍາຍາມຂອງ G20 ແມ່ນຄຳຕອບຢ່າງແຮງສຳລັບບັນດາຄຳເຫັນຄັດຄ້ານທົ່ວໂລກ. ລັດຖະມົນຕີການເງິນ ເຢຍລະມັນ, ທ່ານ Wolfang Schaeuble, ປະທານໝູນວຽນຂອງກອງປະຊຸມຄັ້ງນີ້ ໃຫ້ຮູ້ວ່າ: ລັດຖະມົນຕີການເງິນ ບັນດາປະເທດ G20 ເປັນເອກະພາບ ພ້ອມກັບຊຸກຍູ້ບັນດາຂໍ້ລິເລິ່ມເສດຖະກິດ ອາດຈະຍູ້ແຮງທ່າເຕີບໂຕເສດຖະກິດ.  ລັດຖະມົນຕີການເງິນປະເທດອື່ນຖືວ່າ ລະດັບການເຕີບໂຕສູງກວ່າ ແມ່ນຄວາມຈຳເປັນເພື່ອຮັດແຄບຊ່ອງຫວ່າງກ່ຽວກັບລາຍຮັບລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ