G20ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕຢ່າງປອດໄສ

G20ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕຢ່າງປອດໄສ - ảnh 1
(ພາບປະກອບ)

(vovworld) – ພາຍຫຼັງ​ດຳ​ເນີນ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ Ankara, ປະ​ເທດ​ຕວກກີ, ​ເປັນ​ເວລາ 2 ວັນ, ວັນ​ທີ 05/09, ບັນດາ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າ​ການ​ທະນາຄານ​ສູນ​ກາງ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G20) ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ, ​ໃນ​ນັ້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ກະທຳ​ຢ່າງ​​ເດັດ​ຂາດ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທົ່ວ​ໂລກ ​ແລະ ມານະ​ພະຍາຍາມ​ສະກັດ​ກັ້ນ​ການ​ກະທຳ​ດ້ານ​ເງິ​ນຕາ ທີ່ກໍ​ຜົນ​ສະ​ທ້ອນ​ອັນ​ຫຍໍ້​ທ້ໍ ພາຍຫຼັງ​ຈີນ ດັດ​ປັບ​ອັດຕາ​ເງິນ​ຢວນ ​ເມື່ອ​ເດືອນ 08 ຜ່ານ​ມາ. G 20 ​ຍົກ​ອອກ​ຄຳ​ໝັ້ນ​ສັນຍາບ​ໍ່ຈັດ​ວາງ​ບັນດາ​ມາດ​ຕະການ​ດັດ​ປັບ​ເງິນຕາ ທີ່​ນຳ​ມາ​ເຊິ່ງທ່າ​ແຮງບໍ່​ຍຸຕິ​ທຳ​ໃຫ້ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ຈະ​ມີ​ການ​ເຄື່ອນ​​ໄຫວ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ, ພອມທັງ​​ເຊ​ື່ອໝັ້ນ​ວ່າ​ເສດຖະກິດ​ທົ່ວ​ໂລກຈະ​ຍາດ​ໄດ້​ທ່າ​ເຕີບ​ໂຕ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ