G7 ໃຫ້ຄຳໝັ້ນສັນຍາ ແບ່ງປັນວັກຊິນກັນພະຍາດໂຄວິດ - 19 ຈຳນວນ 150 ລ້ານ ໂດສ ໃຫ້ແກ່ບັນດາປະເທດທຸກຍາກ
(VOVWORLD) -ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ.
ວັກນຊິນພະຍາດໂຄວິດ - 19 ຂອງ Pfizer (ພາບ: AFP/TTXVN) |
ອະດີດການນຳໂລກ 100 ທ່ານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໜູນຊ່ວຍຈຳນວນເງິນ 66 ຕື້ USD ໃຫ້ແກ່ໂຄງການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ບັນດາປະເທດທຸກຍາກ.
ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງອະດີດການນຳໂລກ 100 ທ່ານ, ກ່ອນດຳເນີນກອງປະຊຸມສຸດຍອດ G7, ລັດຖະມົນຕີກະຊວງສາທາລະນະສຸກ G7 ຢັ້ງຢືນວ່າ ຈະສະໜັບສະໜູນແນວຄວາມຄິດໜູນຊ່ວຍດ້ານການເງິນ ຜ່ານການແບ່ງປັນວັກຊິນໃຫ້ແກ່ບັນດາປະເທດທຸກຍາກ. ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. ການແບ່ງປັນວັກຊິນກັບບັນດາປະເທດທຸກຍາກ ຈະໄດ້ຮັບການປະຕິບັດຜ່ານໂຄງການ COVAX.