G7ຍົກສູງຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງ

G7ຍົກສູງຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງ - ảnh 1
ພາບ​ປະ​ກອບ

(vovworld) – ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ໄຂ​ຂຶ້ນ​ໃນ​ວັນ​ທີ 11/5 ຢ​ູ່​ນະ​ຄອນ Hamburg, ປະ​ເທດ ເຢຍ​ລະ​ມັນ​ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລ​ັງ​ງານ​ແບບ​ຍືນ​ຍົງ”. ໃນ 2 ວັນ​ຈັດ​ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລ​ັງ​ງານ G7 ແລະ ຜູ້​ຕາງ​ໜ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ ເອີ​ລົບ (EC) ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ວ​ິ​ທີ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ພະ​ລ​ັງ​ງານ​ແບບ​ຍາວ​ນານ, ໝັ້ນ​ຄົງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸ​ມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ ເຢຍ​ລະ​ມັນ Sigmar Gabriel, ໃຫ້​ຮູ້​ວ່າ: ນອກ​ຈາກ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລ​ັງ​ງານ​ແບບ​ຍືນ​ຍົງ​ຢ່າງ​ຍາວ​ນານ, ບັນ​ດາ​ລັດ​ຖະ​ມົນ​ຕີ G7 ກໍ່​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຫຼ່ງ​ເຊື້ອ​ເພິງ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແບບ​ຍືນ​ຍົງ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລ​ັງ​ງານ ຢູ່ ເອີ​ລົບ. ນອກ​ຈາກນັ້ນ, ບັນ​ດາ​ລັດ​ຖະ​ມົນ​ຕີກໍ່​ປຶກ​ສາ​ຫາ​ລື​ວິ​ທີ​ການ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລ​ັງ​ງານ​ແບບ​ຍືນ​ຍົງ​ຜ່ານ​ການ​ປ່ຽນ​ໃໝ່ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ປະ​ເທດ G7.


ຂ່າວ/ບົດ​ອື່ນ