G7ເປັນເອກະສັນກັນ ຫຼຸດຜ່ອນໜີ້ສາທາລະນະ ແລະ ການຂາດດຸນງົບປະມານ
ການປະຊຸມຂ່າວສິ້ນສຸດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມ G7 |
(vovworld)- ລັດຖະມົນຕີການເງິນເຢັຍລະມັນ Wolfgang Schaeubie ໃຫ້ຮູ້ວ່າ : ບັນດາ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມ G7 ໄດ້ເປັນເອກະສັນກັນກ່ຽວກັບບັນດາມາດຕະການຫຼຸດຜ່ອນໜີ້ສາທາລະນະ ແລະ ການຂາດດຸນງົບປະມານ, ກໍຄືມຸງໄປສູ່ເປົ້າໝາຍຊຸກຍູ້ການເຕີບໂຕແບບຍືນຍົງ. ກ່າວຄຳເຫັນທີ່ການປະຊຸມຂ່າວສິ້ນສຸດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມ G7 ທີ່ຈັດຂຶ້ນຢູ່ເຢຍລະມັນ, ລັດຖະມົນຕີການເງິນເຢັຍລະມັນ Wolfgang Schaeubie ໃຫ້ຮູ້ວ່າ ບັນດາການນຳດ້ານການເງິນໃນກຸ່ມ G7 ໄດ້ເຫັນດີເຫັນພ້ອມໃນການສືບຕໍ່ສົ່ງເສີມການປະຕິຮູບໂຄງປະກອບເສດຖະກິດຢູ່ຫຼາຍປະເທດ. ນອກຈາກນັ້ນ, ບັນດາປະເທດໃນກຸ່ມ G 7 ໄດ້ຊອກຫາສຽງເວົ້າລວມໃນບັນຫາຕ້ານການໜີ້ພາສີຂອງບັນດາກຸ່ມບໍລິສັດນາໆຊາດ.