(VOVWORLD) - ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໄຕມາດທີ 1 ປີ 2025 ຄາດວ່າເພີ່ມຂຶ້ນ 6,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸລະດັບເພີ່ມຂຶ້ນສູງທີ່ສຸດເມື່ອທຽບໃສ່ໄຕມາດທີ 1 ຂອງຊຸມປີໃນໄລຍະ 2020 – 2025.
(ພາບປະກອບ: VGP) |
ໝາກຜົນການເຕີບໂຕດັ່ງກ່າວ ແມ່ນລື່ນກາຍຄາດໝາຍທີ່ໄດ້ວາງອອກສຳລັບມາດຕາທີ 1 ປີ 2025 ໃນມະຕິເລກທີ 01 ຂອງລັດຖະບານ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວປະກາດຕົວເລກສະຖິຕິດ້ານເສດຖະກິດ - ສັງຄົມ ໄຕມາດທີ 1 ປີ 2025, ໂດຍກົມສະຖິຕິ, ກະຊວງການເງິນ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 06 ເມສາ, ຢູ່ຮ່າໂນ້ຍ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ ໃນສະພາບການເສດຖະກິດ, ການເມືອງໂລກມີການຫັນປ່ຽນຍາກຈະຄາດຄະເນລ່ວງໜ້າໄດ້, ນີ້ແມ່ນລະດັບການເຕີບໂຕທີ່ຕັ້ງໜ້າທີ່ສຸດ.
ຕາມກົມສະຖິຕິແລ້ວ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ການເຕີບໂຕບັນລຸໄດ້ຕາມເປົ້າໝາຍທີ່ໄດ້ວາງອອກໃນໄຕມາດທີ 1; ຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ, ການຜະລິດອຸດສາຫະກຳສືບຕໍ່ມີຜົນງານເປັນໜ້າຊື່ນຊົມ; ຂະແໜງອຸດສາຫະກຳປຸງແຕ່ງ, ການປະດິດສ້າງ ແມ່ນກຳລັງໜູນເຕີບໂຕຂອງທົ່ວພື້ນຖານເສດຖະກິດ… ໃນຂົງເຂດບໍລິການ, ຄວາມຕ້ອງການບໍລິໂພກອຸປະໂພກໃນໂອກາດບຸນປີໃໝ່ປະຈຳຊາດ ແລະ ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ປະກອບສ່ວນເຮັດໃຫ້ຂະແໜງການຄ້າ ແລະ ການບໍລິການບັນລຸລະດັບເຕີບໂຕສູງພໍສົມຄວນ.