(VOVWORLD) - ຄະນະໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ພ້ອມດ້ວຍຄອບຄົວຜູ້ນຳ ຄຳໄຕ ສີພັນດອນ.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ເຂົ້າວາງພວງມາລາໄວ້ອາໄລຜູ້ນຳລາວ ຄຳໄຕ ສີພັນດອນ (ພາບ: TTXVN) |
ວັນທີ 05 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນສະຖານທູດ ຫວຽດນາມ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ໂດຍທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາວ ເປັນຫົວໜ້າຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ. ຄະນະໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ພ້ອມດ້ວຍຄອບຄົວຜູ້ນຳ ຄຳໄຕ ສີພັນດອນ.
ກໍໃນວັນດຽວກັນ, ຄະນະຜູ້ແທນຫ້ອງການທູດທະຫານ ຫວຽດນາມ ປະຈຳ ລາວ ກໍໄດ້ມາວາງພວງມາລາໄວ້ອາໄລຜູ້ນຳ ຄຳໄຕ ສີພັນດອນ ແລະ ຂຽນປຶ້ມໄວ້ອາໄລ, ສະແດງນ້ຳໃຈມິດຕະພາບລະຫວ່າງກອງທັບສອງປະເທດ ແລະ ສາຍພົວພັນອັນຜູກພັນຂອງການຮ່ວມສຳພັນສູ້ຮົບຫວຽດນາມ - ລາວ.