ນາຍົກລັດຖະມົນຕີ ຟ້າມມິງຈິງ: ເຊື່ອມໂຍງເພື່ອທຽບທັນ, ພ້ອມກັນກ້າວເດີນ ແລະ ບືນຕົວຂຶ້ນ, ແຕ່ບໍ່ແມ່ນການປະຕິບັດດ້ວຍທຸກວິທີທາງ
(VOVWORLD) - ຕອນບ່າຍວັນທີ 08 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດດັດຊະນີຕີລາຄາໝາກຜົນການປະຕິບັດບັນດາສັນຍາການຄ້າເສລີ (FTA Index) ຂອງບັນດາທ້ອງຖິ່ນໃນປີ 2024. ເຫດການດັ່ງກ່າວໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ໄດ້ກຳນົດວ່າ, ຕ້ອງເຊື່ອມໂຍງເຂົ້າກັບສາກົນ ເພື່ອທຽບທັນ, ພ້ອມກັນກ້າວເດີນ ແລະ ບືນຕົວຂຶ້ນ, ແຕ່ບໍ່ໝາຍຄວາມວ່າປະຕິບັດດ້ວຍທຸກວິທີທາງເພື່ອເຊື່ອມໂຍງ, ບໍ່ເອື່ອຍອີງ, ຕ້ອງເຊື່ອມໂຍງບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງນຳກັນ.
“ພວກເຮົາຊົມເຊີຍການຮ່ວມມືກັບທຸກຄູ່ຮ່ວມມືທີ່ເຂົ້າມາ ຫວຽດນາມ ດ້ວຍເຈດຕະນາດີ, ດ້ວຍການຮ່ວມມືເພື່ອພ້ອມກັນພັດທະນາ; ພ້ອມກັນນຳມາເຊິ່ງຄວາມຜາສຸກ, ອີ່ມໜຳສຳລານໃຫ້ແກ່ປະຊາຊົນແຕ່ລະປະເທດ. ແຕ່ພວກເຮົາບໍ່ຍອມເຊື່ອມໂຍງດ້ວຍທຸກວິທີທາງ, ເຊື່ອມໂຍງຕ້ອງເອື່ອຍອີງ ແມ່ນບໍ່ເຮັດຢ່າງເດັດຂາດ. ພວກເຮົາຕ້ອງລຸກຂຶ້ນດ້ວຍຝາມື, ສະຕິປັນຍາ, ຊັບພະຍາກອນທຳມະຊາດ ແລະ ດິນແດນຂອງຕົນ, ດ້ວຍຄຸນຄ່າອັນແກ່ນສານຂອງຊາວ ຫວຽດນາມ, ດ້ວຍພື້ນຖານວັດທະນະທຳແຫ່ງອະລິຍະທຳສາມັກຄີທົ່ວປວງຊົນທັງຊາດນັບພັນປີ. ເຄົາລົບການຊ່ວຍເຫຼືອຂອງເພື່ອນມິດສາກົນ.”
ລ້າຍຮວາ