(VOVWORLD) - ໃນມະຕິທີ່ໄດ້ຍົກອອກມາໃນວັນສຸດທ້າຍຂອງກອງປະຊຸມປະຈຳປີແກ່ຍາວເປັນເວລາ 1 ອາທິດຜ່ານມາຢູ່ນະຄອນຫຼວງ ວຽນນາ, ປະເທດ ໂອຕຣິດ
ກອງປະຊຸມຂອງ IAEA. (ພາບ: EPA/TTXVN ) |
ວັນທີ 22 ກັນຍາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮັບຮອງເອົາມະຕິກະຕຸກຊຸກຍູ້ ສປປ ເກົາຫຼີ ຢຸດຕິການພັດທະນາໂຄງການອາວຸດນິວເຄຼຍ. ໃນມະຕິທີ່ໄດ້ຍົກອອກມາໃນວັນສຸດທ້າຍຂອງກອງປະຊຸມປະຈຳປີແກ່ຍາວເປັນເວລາ 1 ອາທິດຜ່ານມາຢູ່ນະຄອນຫຼວງ ວຽນນາ, ປະເທດ ໂອຕຣິດ, IAEA ຢັ້ງຢືນຄືນໃໝ່ວ່າ ສປປ ເກົາຫຼີ ບໍ່ອາດແມ່ນປະເທດກຳມະສິດອາວຸດນິວເຄຼຍໄດ້.
ຄຽງຄູ່ກັນນັ້ນ, ບັນດາເອກອັກຄະລັດຖະທູດ ການາດາ, ຍີ່ປຸ່ນ ແລະ ອາເມລິກາ ພ້ອມກັນຮຽກຮ້ອງໃຫ້ ສປປ ເກົາຫຼີ ເຄົາລົບສົນທິສັນຍາບໍ່ເຜີຍແຜ່ອາວຸດ ແລະ ກັບຄືນສູ່ການເຈລະຈາ 6 ຝ່າຍ, ເຊິ່ງລວມມີ: ສປປ ເກົາຫຼີ, ສ ເກົາຫຼີ, ຈີນ, ອາເມລິກາ, ຍີ່ປຸ່ນ ແລະ ລັດເຊຍ, ເພື່ອແນໃສ່ຊອກຫາມາດຕະການນິວເຄຼຍໃນແຫຼມ ເກົາຫຼີ.