IAEA ຈັດ​ສົ່ງ​ຄະ​ນະ​ຕິດ​ຕາມກວດ​ກາ​ໄປ​ຍັງ​ໂຮງ​ງານ​ໄຟ​ຟ້ານິວ​ເຄຼຍຢູ່ ຢູ​ແກຼນ

(VOVWORLD) -ອົງການພະລັງງານປະລະມານູສາກົນ (IAEA) ຈະຈັດສົ່ງຄະນະຕິດຕາມກວດກາໄປຍັງໂຮງງານໄຟຟ້ານິວເຄຼຍຢູ່ປະເທດນີ້.
IAEA ຈັດ​ສົ່ງ​ຄະ​ນະ​ຕິດ​ຕາມກວດ​ກາ​ໄປ​ຍັງ​ໂຮງ​ງານ​ໄຟ​ຟ້ານິວ​ເຄຼຍຢູ່ ຢູ​ແກຼນ - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ (ພາບ: AFP/TTXVN)

ວັນທີ 10 ມີນາ, ສຳນັກຂ່າວສານແຫ່ງຊາດ ຢູແກຼນ (Ukrinform) ໄດ້ຄັດສະເໜີຄຳເຫັນຂອງທ່ານ Oleg Korikov ຮັກສາການປະທານອົງການກວດການິວເຄຼຍ ປະຈຳ ຢູແກຼນ ໂດຍໃຫ້ຮູ້ວ່າ ອົງການພະລັງງານປະລະມານູສາກົນ (IAEA) ຈະຈັດສົ່ງຄະນະຕິດຕາມກວດກາໄປຍັງໂຮງງານໄຟຟ້ານິວເຄຼຍຢູ່ປະເທດນີ້.

        ຕາມທ່ານ Oleg Korikov ແລ້ວ, ຈຸດປະສົງຕົ້ນຕໍໃນການເຄື່ອນໄຫວຂອງຄະນະຕິດຕາມກວດກາ      IAEA ແມ່ນຕິດຕາມກວດການິວເຄຼຍ ແລະ ຄວາມປອດໄພທາງດ້ານກຳມັນຕະພາບລັງສີ ຢູ່ຮາກຖານນິວເຄຼຍ ແຫ່ງຕ່າງໆ ໃນສະພາບເກີດການປະທະກັນຢູ່ ຢູແກຼນ. ປັດຈຸບັນ, ມີຮາກຖານນິວເຄຼຍ 4 ໃນຈຳນວນ 5 ແຫ່ງຢູ່ ຢູແກຼນ ພວມເຄື່ອນໄຫວ.

        ກ່ອນໜ້ານັ້ນ, ເມື່ອເດືອນ ສິງຫາ 2022,    IAEA ກໍໄດ້ຈັດສົ່ງຄະນະຕິດຕາມກວດກາຂອງຕົນໄປຍັງໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ພາກໃຕ້ ຢູແກຼນ, ບ່ອນທີ່ກຳລັງທະຫານ ລັດເຊຍ ພວມຖືສິດຄວບຄຸມ ນັບແຕ່ເດືອນ ມີນາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ