IAEA ຢັ້ງ​ຢືນ ອີ​ຣານ ເລີ່ມ​ຕົ້ນ​ການ​ເສີມ​ທາດ ຢູ​ລາ​ນຽ​ນ ຢູ່​ລະ​ດັບ 60%

(VOVWORLD) -ການຕົກລົງຍົກລະດັບເສີມທາດ ຢູລານຽນ ແລະ ຕິດຕັ້ງບັນດາເຄື່ອງຈັກເສີມທາດທີ່ທັນສະໄໝຢູ່ຮາກຖານນິວເຄຼຍ Natanz ໄດ້ຍົກອອກມາໃນສະພາບການ ເຕເຮຣານ ແລະ ກຸ່ມບັນດາປະເທດມະຫາອຳນາດໃນໂລກ ພວມຊອກຫາວິທີການກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015.
IAEA ຢັ້ງ​ຢືນ ອີ​ຣານ ເລີ່ມ​ຕົ້ນ​ການ​ເສີມ​ທາດ ຢູ​ລາ​ນຽ​ນ ຢູ່​ລະ​ດັບ 60% - ảnh 1ຮາກຖານນິວເຄຼຍ Natanz (ພາບ:  IRNA/TTXVN)

ໃນວັນທີ 17 ເມສາ, ອົງການພະລັງງານ ປະລະມານູ ສາກົນ(IAEA) ໄດ້ຢັ້ງຢືນວ່າ ອີຣານ ໄດ້ເລີ່ມເສີມທາດ ຢູລານຽນ ຢູ່ລະດັບ 60% ຢູ່ບັນດາໂຮງງານເສີມເຊື້ອເພີງ Pilot ຂຶ້ນກັບຮາກຖານນິວເຄຼຍ Natanz, ຜ່ານນັ້ນ ຢັ້ງຢືນບັນດາຖະແຫຼງການກ່ອນໜ້ານັ້ນ ຂອງວົງການເຈົ້າໜ້າທີ່ປະເທດສາທາລະນະລັດມູດສະລິມ. ຕາມ IAEA ແລ້ວ, ອົງການນີ້ໄດ້ຢັ້ງຢືນວ່າ ອີຣານ ໄດ້ເລີ່ມວິວັດການເສີມທາດຢູລານຽນຢູ່ລະດັບ 60%. ກ່ອນໜ້ານັ້ນ, ອີຣານ ກໍ່ໄດ້ປະກາດກັບ IAEA ກ່ຽວກັບເຈດຈຳນົງເລີ່ມເສີມທາດ ຢູລານຽນ ຢູ່ລະດັບ 60%. ການຕົກລົງຍົກລະດັບເສີມທາດ ຢູລານຽນ ແລະ ຕິດຕັ້ງບັນດາເຄື່ອງຈັກເສີມທາດທີ່ທັນສະໄໝຢູ່ຮາກຖານນິວເຄຼຍ Natanz ໄດ້ຍົກອອກມາໃນສະພາບການ ເຕເຮຣານ ແລະ ກຸ່ມບັນດາປະເທດມະຫາອຳນາດໃນໂລກ ພວມຊອກຫາວິທີການກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ