IAEA ຢືນຢັນວ່າ ອີຣານ ຍັງປະຕິບັດຕາມຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 30 ສິງຫາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ປະກາດບົດລາຍງານໂດຍຢືນຢັນວ່າ, ອີຣານ ຍັງປະຕິບັດຕາມບັນດາຂໍ້ມາດຕາໃນຂໍ້ຕົກລົງນິວເຄຼີຍທີ່ລົງນາມເມື່ອປີ 2015, ໂດຍບໍ່ຫົວຊາຕໍ່ອະນາຄົດທີ່ບໍ່ໄດ້ຮັບການຮັບປະກັນຂອງຂໍ້ຕົກລົງດັ່ງກ່າວ, ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນີ້.

ບົດລາຍງານຊີ້ແຈ້ງວ່າ, IAEA ຍັງສາມາດສຳຜັດກັບ "ທຸກສະຖານທີ່ ແລະ ຮາກຖານນິວເຄຼຍຂອງອີຣານ ເຊິ່ງ IAEA ຕ້ອງໄປສຳຫຼວດກວດກາ". ເຖິງຢ່າງໃດກໍ່ຕາມ, ອົງການດັ່ງກ່າວກໍ່ຢ້ຳຄືນຄຳຮຽກຮ້ອງຂອງອີຣານ ຄວນ “ເປັນເຈົ້າການ ແລະ ມີການຮ່ວມມືຢ່າງທັນການໃນການສະໜອງສິດສຳຜັດດັ່ງກ່າວໃຫ້ IAEA". ກໍ່ຕາມບົດລາຍງານແລ້ວ, ສາງສະສົມ urani ໄດ້ເສີມທາດຢູ່ໃນລະດັບຕ່ຳ ແລະ ນ້ຳທາດໜັກຂອງເຕເຮຣານ ໄດ້ເພີ່ມຂຶ້ນໜ້ອຍໜຶ່ງເມື່ອທຽບໃສ່ບົດລາຍງານຂອງເດືອນ ພຶດສະພາ, ແຕ່ຍັງຢູ່ໃນລະດັບທີ່ໄດ້ກຳນົດໃນຂ້ໍຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມ (JCPOA) ເຊິ່ງໄດ້ຮັບການລົງນາມລະຫວ່າງເຕເຮຣານ ແລະ ກຸ່ມ P5+1 (ລວມມີ 5 ສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ເມື່ອປີ 2015.

        ບົດລາຍງານດັ່ງກ່າວຂອງ IAEA ໄດ້ປະກາດໃນສະພາບທີ່ JCPOA ພວມຢູ່ໃນທ່າຖືກລົ້ມລະລາຍ ພາຍຫຼັງທີ່ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ, ພ້ອມທັງຈັດວາງບັນດາຄຳສັ່ງລົງໂທດທີ່ແຂງກະດ້າງພຽງລຳພັງຝ່າຍດຽວຄືນໃໝ່ສຳລັບອີຣານ, ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດຂອງປະເທດອິດສະລາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ