IAEA ເຈ​ລະ​ຈາ ສ້າງ​ເຂດ​ປອດ​ໄພ​ຢູ່ບອ້ອມ​ຂ້າງໂຮງ​ງານ Zaporizhzhia

(VOVWORLD) - ໃນໄລຍະມໍ່ໆມານີ້, ເຂດຢູ່ອ້ອມຂ້າງໂຮງງານໄດ້ເກີດການບຸກໂຈມຕີດ້ານການທະຫານເປັນຫຼາຍຄັ້ງ. ລັດເຊຍ ແລະ ຢູແກຼນ ກ່າວຫາກັນ ວ່າຍິງປຶນໃສ່ໂຮງງານ, ພາໄປເຖິງການຮຽກຮ້ອງກວດສອບຮາກຖານນີ້ຂອງ IAEA ;

IAEA ເຈ​ລະ​ຈາ ສ້າງ​ເຂດ​ປອດ​ໄພ​ຢູ່ບອ້ອມ​ຂ້າງໂຮງ​ງານ Zaporizhzhia - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporizhzhia  (ພາບ: THX/TTXVN)

ເວັບໄຊ Sputniknews.com ໄດ້ຄັດສະເໜີຄຳເວົ້າຂອງທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ໃນວັນທີ 11 ກັນຍາໂດຍໃຫ້ຮູ້ວ່າທ່ານພວມເຈລະຈາສ້າງຕັ້ງແລວທາງປອດໄພຢູ່ອ້ອມຂ້າງໂຮງງານໄຟຟ້ານິວເຄຼຍ Zaporizhzhia (ZNPP) ຢູ່ທາງພາກໃຕ້ ຢູແກຼນ, ເຊິ່ງແມ່ນສະຖານທີ່ຖືກຍິງທຳລາຍໃນ 2 – 3 ອາທິດຜ່ານມາ.

        ກ່ອນໜ້ານັ້ນ, ວັນທີ 6 ກັນຍາ, IAEA ໄດ້ຮຽກຮ້ອງການສ້າງ “ເຂດໝັ້ນຄົງ ແລະ ປອດໄພ” ຢູ່ອ້ອມຂ້າງໂຮງງານໄຟຟ້ານິວເຄຼຍ Zaporizhzhia ເພື່ອແນໃສ່ສະກັດກັ້ນຄວາມສ່ຽງເກີດເຫດການດ້ານນິວເຄຼຍ ຍ້ອນບັນດາການກະທຳການທະຫານ. ໂຮງງານໄຟຟ້ານິວເຄຼຍ Zaporizhzhia ແມ່ນໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຂອງ ເອີລົບ. ໃນໄລຍະມໍ່ໆມານີ້, ເຂດຢູ່ອ້ອມຂ້າງໂຮງງານໄດ້ເກີດການບຸກໂຈມຕີດ້ານການທະຫານເປັນຫຼາຍຄັ້ງ. ລັດເຊຍ ແລະ ຢູແກຼນ ກ່າວຫາກັນ ວ່າຍິງປຶນໃສ່ໂຮງງານ, ພາໄປເຖິງການຮຽກຮ້ອງກວດສອບຮາກຖານນີ້ຂອງ IAEA ;

ຕອບກັບ

ຂ່າວ/ບົດ​ອື່ນ