IAEA ແລະ ອີຣານ ຈັດຕັ້ງການພົບປະຄັ້ງໃໝ່ໃນອາທິດຈະມາເຖິງ

IAEA ແລະ ອີຣານ ຈັດຕັ້ງການພົບປະຄັ້ງໃໝ່ໃນອາທິດຈະມາເຖິງ - ảnh 1
ທ່ານ Ali Asghar Soltanieh, ຫົວໜ້າຄະນະເຈລະຈາ ຂອງອີຣານ
(ພາບ: ອີນເຕີເນັດ)

(vovworld) – ອົງການ​ພະລັງງານ​ປະລະມານູ​ສາກົນ (ຫຼື IAEA) ​ແລະ ອີຣານ ຈະ​ສືບ​ຕໍ່​ມີ​ການ​ພົບ​ປະກັນ​ໃນ​ອາທິດຈະ​ມາ​ເຖິງພາຍຫຼັງ​​ມີ​ “ການ​ແລກປ່ຽນ​ທັດສະນະ​ຢ່າງ​ສະ​ດວກ​ສະບາຍ​” ​ໃນ​ການ​ເຈລະຈາ​ເປັນ​ເວລາ 2 ວັນ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ປຶກສາ​ຫາລື ກັບ ຝ່າຍ ອີຣານ ຢູ່ ນະຄອນຫຼວງ ວຽນ ປະ​ເທດ ​ໂອ​ຕຣິດ, ທ່ານ Hermann Nackaerts, ຮອງ​ຜູ້ອຳ​ນວຍການ IAEA, ​ທັງ​ແມ່ນ​ຫົວໜ້າ​ຄະນະ​ຜູ້​ສັງ​ເກດ​ການ​ນິວ​ເຄຼຍຂອງ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ເຈລະຈາ​ມາ​ເປັນ​ເວລາ 2 ວັນ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ບາງ​ທັ​ດສະ​ນະ ​ເພື່ອ​ຊຸກຍູ້​ວິວັດທະນາ​ການ​ຮັບ​ຮູ້​ຂອງ IAEA ຕາມ​ທິດ​ສ້າ​ງສັນ. ບັນຫາ​ທີ່​ໄດ້​ຮັບ​ການ​ບຸລິມະສິດ​​ປຶກ​ສາ​ຫາລືທີ່​ສຸດນັ້ນ​ແມ່ນ, ​ເຮັດ​​ແນວ​ໃດ ​ເພື່ອ​ກຳນົດ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຂອງ ​ໂຄງການ​ນິວ​ເຄຼຍຂອງ​ ອີຣານ, ​ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ, ທັງ 2 ຝ່າຍ​ລ້ວນ​ແຕ່​ບໍ່​ເຜິ​ຍສະຖານ​ທີ່​ຂອງ​ການ​ພົບ​ປະ​ຄັ້ງ​ຕໍ່​​ໄປ, ກໍ​ຄື​​ເນື້ອ​ໃນ​ລະອຽດຂອງ​ການ​ພົບ​ປະ​ເທື່ອ​.

ຂ່າວ/ບົດ​ອື່ນ