(ພາບປະກອບ)
(vovworld) - ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ, ບໍ່ບັນລຸໄດ້ຂໍ້ຕົກລົງກັບອີຮານ ໃນຮອບເຈລະຈາລາສຸດກ່ຽວກັບບັນຫາຕິດຕາມກວດກາໂຄງການນິວເຄຼຍ ຂອງ ເຕເຣຣານ. ທ່ານຮອງຜູ້ອຳນວຍການ IAEA Herman Nackerts, ຫົວໜ້າຄະນະເຈລະຈາຂອງ IAEA ໃຫ້ຮູ້ວ່າ, ອົງການນີ້ໃຫ້ຄຳໝັ້ນສັນຍາສືບຕໍ່ເຈລະຈາ ແຕ່ຕ້ອງເພີ່ມວັນເວລາ. ໃນຂະນະນັ້ນ, ຜູ້ຕ່າງໜ້າປະຈຳການຂອງອີຣານ ທີ່ IAEA, ທ່ານ Ali Asghar Soltanieh ໃຫ້ຮູ້ວ່າ ທີ່ການພົບປະຄັ້ງຕໍ່ໄປ 2 ຝ່າຍຈະປຶກສາຫາລືກ່ຽວກັບ ບັນດາຂໍ້ສະເໜີໃໝ່. ກ່ອນໜ້ານັ້ນ, ໃນກອງປະຊຸມເປັນ 2 ຄັ້ງ ເມື່ອເດືອນ 12/2012 ແລະ ເດືອນ 1/2013, IAEA ແລະ ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງໃດໆກ່ຽວກັບບັນຫານິວເຄຼຍທີ່ກໍຄວາມໂຕ້ຖຽງດັ່ງກ່າວ. ໃນໄລຍະຈະມາເຖິງ, ອີຣານ ຈະມີການເຈລະຈາກັບກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຈີນ, ຝລັ່ງ, ລັດເຊີຍ, ອາດມລະກາ ແລະ ເຢຍລະມັນ) ເພື່ອແນໃສ່ຊອກຫາມາດຕະການແກ້ໄຂທາງການທູດ ເພື່ອຢຸດຕິຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງ ເຕເຣຣານ.