ທ່ານນາງ Christine Lagarde ຜູ້ອຳນວຍການໃຫ່ຍ IMF
(ພາບ:tinmoi.vn)
(vovworld)- ກອງທຶນເງິນຕາສາກົນ IMF ຈະຫລຸດຜ່ອນການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນເດືອນ 10 ທີ່ຈະມາເຖິງ ພາຍຫຼັງອົງການນີ້ອັບເດດບັນດາການຕີລາຄາ ແລະ ຄາດຄະເນກ່ຽວກັບສະພາບເສດຖະກິດໂລກ. ໃນບົດກ່າວປາໄສເມື່ອວັນທີ 24/9 ກ່ອນກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ ແລະ ທະນາຄານໂລກຊື່ງຈະຈັດຂຶ້ນແຕ່ວັນທີ 12-14/10 ຢູ່ໂຕກຽວ ປະເທດຍີ່ປຸ່ນ, ທ່ານນາງ Christine Lagarde ຜູ້ອຳນວຍການໃຫ່ຍ IMF ໃຫ້ຮູ້ວ່າ: ວິກິດການໜີ້ສິນຂອງລັດຢູ່ພາກພື້ນໃຊ້ສະກຸນເງິນເອີໂຣລວມຍັງຄົງແມ່ນໄພນາບຂູ່ໃຫ່ຍທີ່ສຸດສຳລັບເສດຖະກິດໂລກ. ຄຽງຄູ່ກັນນັ້ນ, ບັນດາການໂຕ້ຖຽງກັນກ່ຽວກັບການຫລຸດຜ່ອນພາສີຢູ່ອາເມລິກາ ແລະ ເລື່ອງລັດຖະບານປະເທດນີ້ ໄດ້ຫລຸດຜ່ອນການ ໃຊ້ຈ່າຍໃນປີໜ້າ ກໍ່ມີການກະທົບເຖິງເສດຖະກິດທົ່ວໂລກ.
ຄາດວ່າ, IMF ຈະຍົກອອກບົດລາຍງານກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກໃນວັນທີ 9/10 ທີ່ຈະມາເຖິງ. ໃນບົດລາຍງານປະກາດເມືອ່ເດືອນ 7/2012 ຜ່ານມາ, IMF ໄດ້ຫລຸດຜ່ອນການຄາດຄະເນການເຕີບໂຕທົ່ວໂລກປີ 2012 ແລະ 2013 ລົງໃນລະດັບ 3,5% ແລະ 3,9%.