(vovworld) - ໃນຕໍ່ໜ້າ, ກອງທຶນເງິນຕາສາກົນ (IMF) ຈະບໍ່ເຂົ້າຮ່ວມໂຄງການກູ້ຊ່ວຍທີ 3 ໃຫ້ເກຼັກ ຮອດເວລາໃດທີ່ Athen ບໍ່ທັນເຫັນດີປະຕິບັດບັນດາແຜນການປະຕິຮູບໂດຍບັນດາເຈົ້າໜີ້ສາກົນຮຽກຮ້ອງຢ່າງຄົບຖ້ວນ ແລະ ບັນດາຄູ່ຮ່ວມມືເອີລົບ ບໍ່ໄດ້ຫຼຸດຜ່ອນໜີ້ສິນໃຫ້ເກຼັກ. ຄຳຖະແຫຼງດັ່ງກ່າວໂດຍເຂົ້າໜ້າທີ່ IMF ຜູ້ໜຶ່ງຍົກອອກມາ ໃນວັນທີ 30/07, ໃນສະພາບທີ່ຜູ້ຕາງໜ້າບັນດາເຈົ້າໜີ້ຂອງເກຼັກ ລວມມີ IMF, ຄະນະກຳມະການເອີລົບ (EC), ທະນາຄານສູນກາງເອີລົບ (ECB) ພ້ອມກັບກົນໄກຄວາມໝັ້ນຄົງເອີລົບ (ESM) ໄດ້ເລີ່ມເຈລະຈາຢູ່ Athens ກ່ຽວກັບບ້ວງເງິນກູ້ຊ່ວຍໃໝ່ທີ່ມີມູນຄ່າ 94 ຕຶ້ື້ USD. ສຳນັກຂ່າວສານ AFP ໄດ້ຄັດຄຳເວົ້າຂອງເຂົ້າໜ້າທີ່ດັ່ງກ່າວໃຫ້ຮູ້ວ່າ, ເພື່ອຮັບປະກັນຕ້ອບສະໜອງບັນດາເງື່ອນໄຂຂອງບ້ວງເງິນກູ້ຊ່ວຍໃໝ່, ຕ້ອງມີບັນດາຄຳຕັດສິນຈາກ 2 ຝ່າຍ.