Intel ​ໃຫ້ຄຳ​​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່ລົງ​ທຶນ​ເຂົ້າ ຫວຽດ​ນາມ

(VOVWORLD) -ກຸ່ມບໍລິສັດເຕັກໂນໂລຢີນາໆຊາດ Intel (ອາເມລິກາ) ໄດ້ຂຶ້ນແຜນສືບຕໍ່ລົງທຶນຕື່ມອີກເພື່ອເປີດກ້ວາງການຜະລິດຢູ່ ຫວຽດນາມ.
Intel ​ໃຫ້ຄຳ​​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່ລົງ​ທຶນ​ເຂົ້າ ຫວຽດ​ນາມ - ảnh 1 ໃນ 10 ປີ ຜ່ານມາ, ກຸ່ມບໍລິສັດ Intel ບັນລຸວົງເງິນການສົ່ງອອກສະເລ່ຍແມ່ນ 3,6 ຕື້ USD/ປີ (ພາບປະກອບ: vtv.vn)

  ຂໍ້ມູນດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມເວທີປາໄສວິສາຫະກິດນະຄອນ ໂຮ່ຈີມິນ - ອາເມລິກາ ເຊິ່ງຈັດຂຶ້ນໃນວັນທີ 26 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ.

Intel Products ຫວຽດນາມ ບໍ່ເຜີຍຈຳນວນເງິນລົງທຶນໃນໄລຍະຈະມາເຖິງແຕ່ຕາມຄະນະຄຸ້ມຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ ແລ້ວ, ໃນໄລຍະຜ່ານມາບ້ວງເງິນລົງທຶນກ່ວາ 1 ຕື້ USD ຂອງກຸ່ມບໍລິສັດເຕັກໂນໂລຢີນີ້ຫາກໍໍ່ໄດ້ນຳໃຊ້ເຄິ່ງໜຶ່ງຂອງເນື້ອທີ່ດິນທີ່ໄດ້ເຊົ່າ. ສະນັ້ນ, ການເປີດກ້ວາງການລົງທຶນຂອງ Intel ຢູ່ສະຖານທີ່ແຫ່ງນີ້ໃນໄລຍະຈະມາເຖິງແມ່ນມີຫຼັກຖານ.

ໃນ 10 ປີ ຜ່ານມາ, ກຸ່ມບໍລິສັດ Intel ບັນລຸວົງເງິນການສົ່ງອອກສະເລ່ຍແມ່ນ 3,6 ຕື້ USD/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ