(vovworld) - ວັນທີ 26/06, ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ປະກາດເທບວີດີໂອຖ່າຍທຳການສັງຫານນັກເຄື່ອນໄຫວສື່ມວນຊົນ 5 ຄົນທີ່ພວມເຮັດວຽກຢູ່ນະຄອນໂດຍ IS ຢືດຄອງ ຢູ່ທາງທິດຕາເວັນຕົກຊີຣີ. ເທບວີດີໂອປະກາດທາງອີນເຕີແນັດໃນວັນທີ 26/06, ແຕ່ອົງການຕິດຕາມສິດທິມະນຸດຊີຣີ (SOHR) ຖືວ່າ, ນັກເຄື່ອນໄຫວສື່ມວນຊົນ 5 ຄົນດັ່ງກ່າວຖືກ IS ຈັບ, ກັກຂັງແຕ່ເດືອນ 10/2015 ແລະ ໄດ້ຮັບຖືວ່າ ຖືກເຂັ່ນຂ້າໃນເດືອນ 12/2015. ເທບວີດີໂອ ດັ່ງກ່າວຖືກເຜີຍແຜ່ທາງອີນເຕີແນັດ ໃນສະພາບທີ່ IS ພວມປະເຊີນໜ້າກັບກຳລັງດັ່ນຈາກການປະລາໄຊຢ່າງໜັກໜ່ວງ ຍ້ອນບັນດາການບຸກໂຈມຕີຂອງຫຼາຍປະເທດ.