IS ເຂັ່ນຂ້າສາມັນຊົນ ຢ່າງໂຫດຮ້າຍສາມານຢູ່ອີຣັກ

IS ເຂັ່ນຂ້າສາມັນຊົນ ຢ່າງໂຫດຮ້າຍສາມານຢູ່ອີຣັກ - ảnh 1
ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​
(ພາບ: AP)


(vovworld) – ວັນ​ທີ 24/02, ສູນ​ຂໍ້​ມູນ​ຂ່າວສານຂອງ​ສະຫະ​ປະຊາ​ຊາດ ປະຈຳ​ເຕ​ເຣຣານ ​ໃຫ້​ຮູ້​ວ່າ, ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ໄດ້​ກໍ່​ໂທດ​ກຳ​ດັບ​ສູນ​ເຊື້ອ​ຊາດ ອັນ​ໄດ້​ທຳລາຍ​ຊີວິດ​ສາມັນ​ຊົນ​ກວ່າ 11.600 ຄົນ ​ແລະ ​ເຮັດ​ໃຫ້ກວ່າ 21.700 ຄົນ​ອື່ນ​ຢູ່​ອີຣັກ ຮັບ​ບາດ​ເຈັບ ​ແຕ່​ວັນ​ທີ 01/01 ຫາ​ວັນ​ທີ 10/12/2014. ​ໃນ​ບົດ​ລາຍ​ງານ​ສາມັນ​ຂອງ​ຕົນ, ອົງການສະຫະ​ປະຊາ​ຊາດ ກໍ່​ຊີ້​​ໃຫ້​ເຫັນ​ວ່າ ຢ່າງ​ໜ້ອຍ​ສຸດ​ມີກໍລະນີ​ຄາດ​ຕະກຳ 165 ຄັ້ງ​ໄດ້​ຮັບ​ການ​ປະຕິບັດ ຍ້ອນ​ອັນ​ທີ່​ເອີ້ນ​ວ່າ “ສານ” ຢູ່​ບັນດາ​ເຂດ​ນອນ​ໃນ​ກາ​ນຄວບ​ຄຸມ​ຂອງ IS ​ໃນ​ໄລຍະ​ດັ່ງກ່າວ. ບົດ​ລາຍ​ງານ​ຂອງ​ສະຫະປະຊາ​ຊາດ ກໍ່​ປະກາດ​ບັນດາ​ເອກະສານ​ກ່ຽວກັບ​ການ​ກະທຳ​ລະ​ເມີດ​ສິດທິ​ມະນຸດ​ຂອງ IS ຢູ່​ອີຣັກ ກໍ່​ຄື​ການ​ຫຼຸດຜ່ອນ​ຂອງ​ບັນດາ​ຫຼັກການດ້ານ​ກົດໝາຍ​ຢູ່​ສ່ວນ​ໃຫຍ່​ເຂດ​ດິນ​ແດນ​ຂອງ​ປະ​ເທດ​ຊາດ. ບັນດາ​ການ​ກະທຳ​ລະ​ເມີດ​ສິດທິ​ມະນຸດ​ດັ່ງກ່າວ​ລວມທັງ​ການ​ເຂັ່ນຂ້າ​ພົນລະ​ເມືອງ, ລອກ​ຈັບ​ຕົວ, ຄ້າ​ຂາຍ​ແມ່ນ​ຍິງ ​ແລະ ​ເດັກ​…

ຂ່າວ/ບົດ​ອື່ນ