(vovworld) – ອົງການຕິດຕາມສະເພາະບັນດາແວັບໄຊອິດສະລາມ (SITE) ທີ່ມີສຳນັກງານຕັ້ງຢູ່ອາເມລິກາ ໃຫ້ຮູ້ວ່າ, ກຸ່ມລັດອິດສະລາມ (IS) ສ້້າງຊື່ເອງ ຖະແຫຼງວ່າ, ວັນທີ 20/11 ໄດ້ບຸກໂຈມຕີບັນດາທີ່ຕັ້ງຂອງກອງທັບ Yemen ຢູ່ທາງພາກໃຕ້ປະເທດນີ້, ກໍຄວາມບາດເຈັບລົ້ມຕ່າຍຢ່າງໃຫຍ່ຫຼວງ. ໃນຖະແຫຼງການໜຶ່ງເຊິ່ງ SITE ຄັດສະເໜີນັ້ນ, IS ຖະແຫຼງວ່າ ພົນທະຫານກອງທັບ Yemen 50 ຄົນຖືກເສຍຊີວິດ ໃນການບຸກໂຈມຕີສະຫຼະຊີບ ແລະ ບັນດາການປະທະກັນໂດຍກຳລັງອິດສະລາມຫົວຮຸນແຮງກໍຂຶ້ນຢູ່ແຂວງ Hadramawt, ທາງທິດຕາເວັນອອກສ່ຽງໃຕ້ Yemen. ກ່ອນໜ້ານັ້ນ, ກອງທັບ Yemen ແຈ້ງວ່າ, ບັນດາພວກກໍ່ການຮ້າຍ Al Qaeda ໄດ້ດຳເນີນການບຸກໂຈມຕີນີ້ ຢູ່ບັນດາຮາກຖານການທະຫານມໍ່ກັບເທດສະບານເມືອງ Shibam, ເຮັດໃຫ້ພົນທະຫານ 12 ຄົນເສຍຊີວິດ, ໃນຄະນະນັ້ນພວກຫົວຮຸນແຮງ 19 ຄົຍຖືກດັບສູນ.