ISວາງສະເບີດສະຫຼະຊີບແນໃສ່ເຫດການກິລາເຮັດໃຫ້ຫາຍຄົນຮັບບາດເຈັບແລະເສຍຊີວິດ

ISວາງສະເບີດສະຫຼະຊີບແນໃສ່ເຫດການກິລາເຮັດໃຫ້ຫາຍຄົນຮັບບາດເຈັບແລະເສຍຊີວິດ - ảnh 1
(ພາບ​ປະ​ກອບ: Dailyreadlist)

(vovworld) - ວັນ​ທີ 25/03, ຢ່າງ​ໜ້ອຍ​ສຸດ​ມີ 30 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 65 ຄົນ​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ ແນ​ໃສ່​ການ​ແຂ່ງ​ຂັນ​ບານ​ເຕະທີ່​ຈັດ​ຂຶ້ນ​ຢູ່​ບ້ານ Al Asria, ຫ່າງ​ຈາກ​ນະ​ຄອນ​ຫຼວງ​ແບກ​ແດດ ​ໄປ​ທາງ​ທິດ​ໃຕ້​ປະ​ມານ 40 ກ.ມ. ຕຳ​ຫ​ຼວດ​ໃຫ້​ຮູ້​ວ່າ, ເຫດ​ບຸກ​ໂຈມ​ຕີ​​ໄດ້ເກີດ​ຂຶ້ນ​ໃນ​ເວ​ລາ 19 ໂມງ (ຕາມ​ເວ​ລາ​ທ້ອງ​ຖິ່ນ​), ​ຂະ​ນະ​ທີ່ພວມ​ດຳ​ເນີນ​ພິ​ທີ​ມອບ​ຂັ້ນ​​ກິ​ລາບານ​ແຕະ. ​ພວກກໍ່​ການ​ຮ້າຍ​ດຳ​ເນີນ​ການ​ບ​ຸກ​ໂຈ​ມ​ຕີ​ໄດ້​​ທຳ​ລະ​ເບີດ​ແຕກ​ຢູ່​ທ່າມກາງ​ກຸ່ມ​ຄົນ​ຢ່າງ​ຫຼວງ​ຫຼາຍ. ວົງ​ການ​ສາ​ທາ​ລະ​ນະ​ສຸກ​ຢັ້ງ​ຢືນ​ວ່າ ຈຳ​ນ​ວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ທັງ​ການ​ນຳ​ທ້ອງ​ຖິ່ນ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ຈຳ​ນ​ວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ. ຫຼັງ​ຈາກນັ້ນ, ກ​ຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ໄດ້​ຍ້ອມ​ຮັບ​ແມ່ນ​ຕົວ​ການ​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ