ທ່ານນາຍົກລັດຖະມົນຕີ Najib Razak
(ພາບ: AFP)
(vovworld) – ທ່ານ Khakid Abu Bakar, ຫົວໜ້າອົງການກວດກາ ຕຳຫຼວດ ມຽນມາ ໃຫ້ຮູ້ວ່າ, ຕອນບ່າຍວັນທີ 2/8, ມີຊ່ອງຈົດໝາຍສະບັບໜຶ່ງໄດ້ສົ່ງໃຫ້ຕຳຫຼວດລັດ Nigri Sembilan ຜ່ານທາງໄປສະນີ, ຊ່ອງຈົດໝາຍໄດ້ໝາຍຕົວໜັງສື “ການຂົ່ມຂູ່ຂອງIS”, ຢູ່ທາງໃນບັນຈຸຈົດໝາຍ ແລະ ຮູບຖ່າຍ 9 ສະບັບຂອງບັນດາການນຳ ມຽນມາ ແລະ ມາເລເຊຍ, ໃນນັ້ນມີທ່ານນາຍົກລັດຖະມົນຕີ Najib Razak, ທ່ານຮອງນາຍົກລັດຖະມົນຕີ Zahid Hamidi, ທ່ານຫົວໜ້າອົງການກວດກາຕຳຫຼວດ Khakid Abu Bakar ແລະ ທ່ານນາງ ຜູ້ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi. ຄຽງຄູ່ກັນນັ້ນ, ເນື້ອໃນຈົດໝາຍຍາວ 2 ໜ້ານີ້ກໍ່ໄດ້ປະກາດມີສະມາຊິກ ແລະ ບັນດານັກຊ່ຽວຊານຂອງ IS ປະມານ 700 ຄົນພວມຢູ່ລັດ Nigri Sembilan. ທ່ານ Khakid ໃຫ້ຮູ້ວ່າ ມີຈົດໝາຍ 4 ສະບັບໄດ້ສົ່ງເຖິງປ້ອມຕຳຫຼວດຂອງລັດ Nigri Sembilan, ໃນນັ້ນມີປ້ອມຕຳຫຼວດຢູ່ລັດ Nilai ແລະ Port Dockson, ທ່ານກໍ່ຖືວ່າກຳລັງໜູນຂອງບັນດາຈົດໝາຍຍັງບໍ່ທັນຈະແຈ້ງເທື່ອຍ້ອນເປົ້າໝາຍຂົ່ມຂູ່ບຸກໂຈມຕີ ທັງມີການນຳປະເທດຕ່າງໆ, ແຕ່ອາດສາມາດກໍ່ຄວາມສັບສົນໃຫ້ປະເທດຊາດ.