ISອາດຈະບຸກໂຈມຕີກໍ່ການຮ້າຍດ້ວຍອາວຸດເຄມີ
(vovworld) - ວັນທີ 12/2, ກ່າວຄວາມເຫັນທີ່ກອງປະຊຸມປ້ອງກັນຄວາມສະຫງົບ Munich ຄັ້ງທີ 52, ຢູ່ປະເທດເຢັຍລະມັນ, ຜູ້ອຳນວຍການອົງການສືບລາຊະການລັບແຫ່ງຊາດ ອາເມລິກາ James Clapper ຖະແຫຼງວ່າ ໄພອັນຕະລາຍທີ່ສຸດຈາກອົງການອິດສະລາມ IS ແມ່ນເລື່ອງອົງການນີ້ອາດຈະບຸກໂຈມຕີກໍ່ການຮ້າຍດ້ວຍອາວຸດເຄມີຢູ່ບັນດາປະເທດຝ່າຍຕາເວັນຕົກ. ທ່ານ James Clapper ສະເໜີປະເທດຕ່າງໆ ແລະ ມະຫາຊົນຄວນລະມັດລະວັງຕໍ່ໜ້າໄພອັນຕະລາຍໃໝ່ນີ້. ໃນຂະນະນັ້ນ, ກ່າວຄວາມເຫັນທີ່ກອງປະຊຸມ Munich, ຜູ້ອຳນວຍການອົງການສືບລາຊະການລັບ ກອງທັບ ອາເມລິກາ (DIA) Vincent Stewart ກໍ່ຖືວ່າ, IS ພວມສືບຕໍ່ຊອກຫາວິທີເພື່ອປະຕິບັດການກໍ່ການຮ້າຍຄັ້ງຕ່າງໆຢູ່ເອີລົບ ແລະ ອາເມລິກາ ໃນປີ 2016.