(ພາບປະກອບ)
(vovworld)- ກຸ່ມລັດອິດສະລາມ(IS)ໄດ້ ອອກສຽງຮັບຜິດຊອບຕໍ່ບັນດາເຫດວາງລະເບີດທີ່ເກີດຂຶ້ນຢ່າງລຽນຕິດຢູ່ 2 ນະຄອນຂອງ ຊີຣີ ໃນວັນທີ ໃນວັນທີ 23/5 ເຮັດໃຫ້ກວ່າ 100 ຄົນຖືກເສຍຊີວິດ ແລະ ອີກ 120 ຄົນຖືກບາດເຈັບ. ໃນຖະແຫລງການທາງຫນ້າເວັບ, ກຸ່ມ ລັດອິດສະລາມ ໄດ້ຖະແຫລງວ່າ: ການວາງລະເບີດດັ່ງກ່າວແມ່ນເລັ່ງໃສ່ພວກຫົວຮຸນແຮງຢູ່ ນະຄອນ Tartus ແລະ Giale, ພິເສດແມ່ນເຂດສາທາລະນະ ຄື: ສະຖານີລົດເມ, ໂຮງໝໍແຫ່ງຊາດ.