(ພາບປະກອບ: AFP/TTXVN)
(vovworld) - ວັນທີ 5/4, ເຈົ້າໜ້າທີ່ Kenya ໃຫ້ຮູ້ວ່າ, ໜຶ່ງໃນຈຳນວນມືປືນ 4 ຄົນທີ່ຖືກທຳລາຍໃນເຫດຄາດຕະກຳຢູ່ມະຫາວິທະຍາໄລ Moi ໃນເທດສະບານ Garissa, ເມື່ອວັນທີ 2/4 ຜ່ານມາແມ່ນ Abdirahim Abdullahi, ນັກສຶກສາດ້ານກົດໝາຍ ແລະ ແມ່ນລູກຂອງເຈົ້າໜ້າທີ່ທ່ານໜຶ່ງຢູ່ Mandera, ທາງທິດຕາເວັນອອກສ່ຽງເໜືອ Kenya. Abdirahim Abdullahi ໄດ້ປົບໜີໄປແຕ່ປີ 2013. ໃນຈຸດເວລານັ້ນ, ພໍ່ຂອງ Abdirahim Abdullahi ໄດ້ແຈ້ງໃຫ້ອຳນາດການປົກຄອງທ້ອງຖີ່ນຊາບກ່ຽວກັບເລື່ອງນີ້ ແລະ ສົງໄສວ່າລູກຊາຍຂອງທ່ານ ໄດ້ລີ້ໄປ Somali ເພື່ອເຂົ້າຮ່ວມກຸ່ມທະຫານແຕກທັບ Al Sabaab ທີ່ກ່ຽວຂ້ອງເຖິງເຄືອຂ່າຍກໍ່ການຮ້າຍສາກົນ Al Qaeda. ກຸ່ມດັ່ງກ່າວຍອມຮັບວ່າ ໄດ້ດຳເນີນເຫດຄາດຕະກຳຢູ່ມະຫາວິທະຍາໄລ Moi, ເຮັດໃຫ້ 148 ຄົນເສຍຊີວິດ. ນີ້ແມ່ນການບຸກໂຈມຕີນອງເລືອດທີ່ສຸດນັບແຕ່ເຫດວາງລະເບີດສະຖານທູດອາເມລິກາ ປະຈຳ Kenya ເມື່ອປີ 1998.