LaoVietBank ຈັດຕັ້ງພິທີອວຍພອນປີໃໝ່ ປີມະເມຍ 2014

LaoVietBank ຈັດຕັ້ງພິທີອວຍພອນປີໃໝ່ ປີມະເມຍ 2014 - ảnh 1
LaoVietBank ຈັດ​ຕັ້ງ​ພິທີ​ອວຍພອນ​ປີ​ໃໝ່
(ພາບ: TTXVN)


(vovworld) - ພິທີ​ອວຍພອນ​ປີ​ໃໝ່ ປີ​ມະ​ເມຍ 2014 ຖືກ​ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 15/01, ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ LaoVietBank ​ເພື່ອ​ມຸ່ງ​ໄປສູ່​ບຸນປີ​ໃໝ່​ປະຈຳ​ຊາດ, ພ້ອມ​ທັງ​ແມ່ນ​ໂອກາດ​ຕອບ​ບຸນ​ແທນ​ຄຸນ​ລູກ​ຄ້າ​ທີ່​ໄດ້​ຮ່ວມ​ເດີນທາງ, ຕິດ​ພັນ ​ແລະ ສະ​ນັບ​ສະ​ໜູນ LaoVietBank ​ໃນ​ຕະຫຼອດ 1 ປີ​ທີ່​ຜ່ານ​ມາ.

        ການ​ນຳ LaoVietBank ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ​ໃນ​ປີ 2013, LaoVietBank ບັນລຸ​ລະດັບ​ເຕີບ​ໂຕສູງ​ໃນ​ທຸກ​ດ້ານ ດ້ວຍ​ຍອດ​ຊັບສິນ​ຂອງ​ທະນາຄານບັນລຸ​ເກືອບ 550 ລ້ານ USD, ​ເພີ່ມ​ຂຶ້ນ 68%, ລະດົມ​ແຫຼ່ງທຶນ​ໄດ້​ກວ່າ 280 ລ້ານ USD, ​ເພີ່ມ​ຂຶ້ນ 47%. ​ໃນ​ປີ 2013, LaoVietBank ​ໄດ້​ໜູນ​ຊ່ວຍ​ຄວາມ​ຕ້ອງການ​ທຶນ​ໃຫ້​ບັນດາ​ໂຄງການ​ລົງທຶນພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ ຢ່າງ​ທັນ​ການ, ​ໄດ້ກາຍ​ເປັນ 1 ​ໃນ​ຈຳນວນ 4 ທະນາຄານ​ການ​ຄ້າ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຢູ່​ລາວ​, ​ເຊິ່ງ​ໄດ້ຮັບ​ການ​ຕີ​ລາຄາ​ສູງ ​ແລະ ​ເປັນ​ແບບຢ່າງ​ຂອງ​ບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່​ລາວ. ທະນາຄານ​ຈະ​ເພີ່ມ​ທຶນຈົດ​ທະບຽນຂຶ້ນ 80 ລ້ານ USD ​ໃນ​ປີ 2014 ​ແລະ ຂຶ້ນ​ເຖິງ 100 ລ້ານ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ