Moody’s ປະກາດ ​ເກຼກ ບໍ່​ສາມາດ​ຊຳລະ​ໜີ້​ສິນ​ໄດ້

Moody’s ປະກາດ ​ເກຼກ ບໍ່​ສາມາດ​ຊຳລະ​ໜີ້​ສິນ​ໄດ້ - ảnh 1
ປະເທດ ເກຼກ
(ພາບ:vnschool.net)
( vovworld ) – ວັນ​ທີ 9/3, ພາຍຫຼັງ​ທີ່ ອາ​ແທນ ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ບັນດາ​ເຈົ້າໜີ້​ເອກະ​ຊົນ​ກ່ຽວ​ກັບ​ການ​ແລກ​ພັນທະ​ບັດ​ ​ເພື່ອ​ລົບ​ລ້າງ​ໜິ້ສິນ​ຂອງ ​ເກຼກ ​ໃນ​ຈຳນວນ​ປະມານ 107 ຕື້​ເອີ​ໂຣ ​ເທົ່າ​ກັບ​ປະມານ 140 ຕື້ USD. ອົງການ​ຈັດ​ອັນ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ Moody’s ປະກາດ ​ເກຼກ ບໍ່​ສາມາດ​ຊຳລະ​ໜີ້​ສິນ​ໄດ້. ຕາມ Moody’s ​ແລ້ວ ຂໍ້​ຕົກລົງ​ແລກ​ເອົາ​ໜີ້​ສິນ​ນີ້ ​ແມ່ນ​ການ​ແລກປ່ຽນ​ທີ່​ມີ​ລາຄາ​ຖືກ, ມີ​ຄວາມ​ໝາຍ​ຄື​ກັນ​ກັບ​ການ​ຊຳລະ​ໜີ້​ສິນ​ບໍ່​ໄດ້. ນີ້​ແມ່ນ​ການ​ກະທຳ​ເພື່ອ​ຫຸລດຜ່ອນ​ພັນທະ​ດ້ານ​ການ​ເງິນ​ໃຫ້​ແກ່​ເກຼກ ​ແລະ​ ມັນ​ຈະ​ສາມາດ​ຊ່ວຍ​ໃຫ້​ປະ​ເທດ​ນີ້ ຫຼີກ​ເວັ້ນການ​ຊຳລະ​ໜີ້​ສິນ​ໃນ​ອະນາຄົດ. ກ່ອນ​ໜ້ານັ້ນ, Moody’s ​ໄດ້​ຈັດ ​ເກຼກ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຈັດອັນ​ດັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະດັບ C ຊື່​ງ​ແມ່ນ​ລະດັບ​ຕ່ຳ​ສຸດ
ຂ່າວ/ບົດ​ອື່ນ