( vovworld ) - ວັນທີ 8/6, ຜູ້ບັນຊາການກຳລັງທະຫານ NATO ປະຈຳອາບການິສຖານ, ນາຍພົນ John Allen ໄດ້ກ່າວຄຳຂໍໂທດກ່ຽວກັບເລື່ອງມີສາມັນຊົນເສຍຊີວິດໃນການບຸກໂຈມຕີທາງອາກາດຂອງກຳລັງນີ້ເມື່ອວັນທີ 6/6 ຜ່ານມາ. ປະຈຸບັນທ່ານ Allen ພວມໄປແຂວງ Logar, ສະຖານທີ່ເກີດການບຸກໂຈມຕີທາງອາກາດ ເພື່ອສະແດງຄວາມເສົ້າສະລົດໃຈຕໍ່ຄອບຄົວທີ່ມີຄົນເສຍຊີວິດ. ທ່ານປະທານາທິບໍດີອາການິສຖານ Hamid Karzai ທີ່ພວມຢ້ຽມຢາມຈີນ ກໍກ່າວປະນາມຢ່າງຮຸນແຮງການບຸກໂຈມຕີທາງອາກາດເຊິ່ງເຮັດໃນສາມັນຊົນ 18 ຄົນເສຍຊີວິດ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ. ທ່ານປະທານາທິບໍດີ Karzai ໄດ້ຫຼຸດເວລາຢູ່ຢ້ຽມຢາມຈີນ ເພື່ອກັບເມື່ອປະເທດສືບສວນເຫດການ. ທ່ານ Karzai ຢືນຢັນວ່າ, ໃນບໍ່ວ່າສະພາບໃດໆ, ການບຸກໂຈມຕີຂອງ NATO ທີ່ເຮັດໃຫ້ສາມັນຊົນເສຍຊີວິດແມ່ນບໍ່ຖືກຕ້ອງ ແລະ ບໍ່ອາດຮັບຮູ້ໄດ້.
ນີ້ແມ່ນຄັ້ງທີ່ 2 ໃນຮອບເວລາໜຶ່ງເດືອນທີ່ຜູ້ບັນຊາການທະຫານ NATO ປະຈຳອາບການິສຖານ ຍອມຮັບວ່າມີສາມັນຊົນເສຍຊີວິດໃນບັນດາເຫດການບຸກໂຈມຕີທາງອາກາດ