( vovworld ) – ອົງການ NATO ຈະສືບຕໍ່ຮ່ວມມືກັບອາບການິດສະຖານ ແລະ ສະໜອງການເງິນໃຫ້ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ພາຍຫຼັງຖອນທະຫານໃນປີ 2014. ກ່າວຄຳເຫັນພາຍຫຼັງການພົບປະຂັ້ນລັດຖະມົນຕີຂອງ NATO ໃນວັນທີ 18/4 ຢູ່ປະເທດແບນຊິກ, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillari Clinton ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງ NATO ໄດ້ເຫັນດີຍົກອອກ 3 ບຸລິມະສິດຕົ້ນຕໍ່ກ່ຽວກັບບັນຫາອາບການິດສະຖານ ເພື່ອໃຫ້ກອງປະຊຸມສຸດຍອດຂອງກຸ່ມ ເຊິ່ງຄາດວ່າຈະດຳເນີນໃນເດືອນ 5 ທີ່ຈະມາເຖິງຢູ່ອາເມລິກາອະນຸມັດຜ່ານ. ເຊິ່ງຕາມນັ້ນແລ້ວ, NATO ຄາດຄະເນວ່າຈະປະຕິບັດຖືກຕາມແຜນການມອບໂອນສິດຮັບປະກັນຄວາມປອດໄພທັງໝົດໃຫ້ແກ່ບັນດາກຳລັງຂອງອາບການິດສະຖານ ໃນປີ 2014, ພ້ອມກັນນັ້ນຈະສືບຕໍ່ຮ່ວມມື ແລະ ສະໜອງການເງິນໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ພາຍຫຼັງຖອນທະຫານ. ເຖິງວ່າທ່ານນາງລັດຖະມົນຕີການຕ່າງປະເທດ Clinton ບໍ່ໃຫ້ຮູ້ລະອຽດກ່ຽວກັບຈຳນວນເງິນເຊິ່ງ NATO ຈະສະໜອງໃຫ້ອາບການິດສະຖານ ກໍຕາມ ແຕ່ຕາມນັກໃຈ້ແຍກແລ້ວ, ຕ້ອງມີຈຳນວນເງິນປະມານ 4,1 ຕື້ USD/ປີ ເພື່ອໃຫ້ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ສາມາດຮັບມືກັບພວກທະຫານກະບົດຕາລີບານ. ໃນຂະນະນັ້ນ, ທ່ານປະທານາທິບໍດີອາບການິດສະຖານ Hamid Karzai ສະແດງຄວາມປາດຖະໜາວ່າ ຢາກໃຫ້ອາເມລິກາ ໃຫ້ຄຳໝັ້ນສັນຍາໜູນຊ່ວຍການເງິນຢ່າງໜ້ອຍສຸດແມ່ນ 2 ຕື້ USD/ປີ ພາຍຫຼັງທະຫານອາເມລິກາ ຖອນອອກຈາກສະໜາມຮົບອາຊີໃຕ້ນີ້.