NATO ຊ້ອມຮົບນາໆຊາດບົນທະເລດຳ
(ພາບປະກອບ/TTXVN)
(vovworld) - ວັນທີ 05/03 ມີພົນທະຫານປະມານ 1.500 ຄົນທີ່ມາຈາກ 7 ປະເທດຂຶ້ນກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ເລີ່ມຕົ້ນການຊ້ອມຮົບນາໆຊາດ Poseidon 2017 ໃນພືນແຜ່ນດິນຂອງ ຣຸມານີ ແລະ ເຂດທະເລສາກົນທາງທິດຕາເວັນຕົກທະເລດຳ. ການຊ້ອມຮົບ ມີການເຂົ້າຮ່ວມຂອງກ່ຳປັ່ນສູ້ຮົບ, ເຮືອບິນເຮລີກອບເຕີ Puma Naval 17 ລຳ ແລະ ກ່ຳປັ່ນຄວາມໄວສູງ 2 ລຳ ພ້ອມດ້ວຍນັກດຳນ້ຳ ໜ້າທີ່ຕົ້ນຕໍຂອງການຊ້ອມຮົບໃນຄັ້ງນີ້ ແມ່ນຍົກສູງຄວາມສາມາດສົມທົບກັນລະຫວ່າງບັນດາປະເທດສະມາຊິກ NATO ໃນການຕ້ານລະເບີດ ກໍ່ຄືຕີລາຄາຄວາມສາມາດຂອງບັນດາກົມກອງ ຣຸມານີ ເຂົ້າຮ່ວມກຳລັງກະທົບຕອບໄວຂອງ NATO ໃນປີ 2018, ການຊ້ອມຮົບຈະສິ້ນສຸດລົງໃນວັນທີ 13/03.