NATO ຖືກກາວຫາ ບຸກໂຈມຕີທາງອາກາດໃສ່ກຳລັງປ້ອງກັນຄວາມສະຫງົບອາບການິດສຖານ

NATO ຖືກກາວຫາ ບຸກໂຈມຕີທາງອາກາດໃສ່ກຳລັງປ້ອງກັນຄວາມສະຫງົບອາບການິດສຖານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 07/09, ວົງ​ການ​ເຈົ້າ​ໜ້າ​ທີ່ອາບ​ກາ​ນິດ​ສຖານ ​ໃຫ້​ຮູ​້ວ່າ, ຢ່າງ​ໜ້ອຍ​ສຸດ​ມີ​ຕຳຫຼວດ 11 ຄົນ​ເສຍ​ຊີວິດ ຍ້ອມ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່ Helmand, ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ຢູ່​ທາງ​ພາກ​ໃຕ້​ປ​ະ​ເທດ​ນີ້. ທ່ານ​ຮອງ​ໂຄສົກ​ກະຊວງ​ພາຍ​ໃນ​ອາບ​ກາ​ນິດ​ສຖານ Najib Danish ​ໃຫ້​ຮູ້​ວ່າ, ການ​ບຸກ​​ໂຈມ​ຕີ​ໂດຍ​ອົງການ NATO ດຳ​ເນີນ​ໃນ​ວັນ​ທີ 06/09, ຢູ່​ເມືອງ Garmsir ຂອງ​ແຂວງ Helmand, ​ເຮັດ​​ໃຫ້​ຕຳຫຼວດ​ຕ້ານ​ຢາ​ເສບ​ຕິດ 11 ຄົນ​ເສຍ​ຊີ​ວີດ ​ແລະ 4 ຄົນ​ຮັບ​ບາດ​ເຈັບ. ​ໃນ​ແຈ້ງ​ການ​ໜຶ່ງ, NATO ຖະ​ແຫຼ​ງວ່າ, NATO ບໍ່​ດຳ​ເນ​ີນການ​ບຸກ​ໂຈມ​ຕີ​ໃດ​ຢູ່ Helmand ​ເມື່ອ​ວັນ​ທີ 06/09 ຜ່ານ​ມາ.

ຂ່າວ/ບົດ​ອື່ນ