NATO ຜັນຂະຫຍາຍລະບົບລູກສອນໄຟປ້ອງກັນອາກາດ Patriot ຢູ່ ສະໂລວາກີ
(VOVWORLD) -ບັນດາກົມກອງທຳອິດຮັບຜິດຊອບການຜັນຂະຫຍາຍລະບົບລູກສອນໄຟປ້ອງກັນອາກາດ Patriot ຈາກບັນດາປະເທດຄູ່ຮ່ວມມືໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເລີ່ມເດີນທາງໄປຍັງ ສະໂລວາກີ.
ລະບົບລູກສອນໄຟ ປ້ອງກັນອາກາດ Patriot (ພາບ: Reuters) |
ວັນທີ 20 ມີນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ Jaroslav Nad ຢັ້ງຢືນວ່າ ບັນດາກົມກອງທຳອິດຮັບຜິດຊອບການຜັນຂະຫຍາຍລະບົບລູກສອນໄຟປ້ອງກັນອາກາດ Patriot ຈາກບັນດາປະເທດຄູ່ຮ່ວມມືໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເລີ່ມເດີນທາງໄປຍັງ ສະໂລວາກີ. ວຽກງານຜັນຂະຫຍາຍຈະດຳເນີນໃນຊຸມວັນຈະມາເຖິງ.
ລະບົບລູກສອນໄຟປ້ອງກັນອາກາດ Patriot ໂດຍພົນທະຫານ ເຢຍລະມັນ ແລະ ໂຮນລັງ ຄວບຄຸມບນຊາ. ໃນເບື້ອງຕົ້ນຈະຜັນຂະຫຍາຍຢູ່ສະໜາມບິນ Sliac ຢູ່ພາກກາງ ສະໂລວາກີ ເພື່ອແນໃສ່ປະກອບສ່ວນປັບປຸງກຳລັງຄວາມສາມາດໃນການປ້ອງກັນຕົວຢູ່ທາງທິດຕາເວັນອອກຂອງ NATO. ລະບົບດັ່ງກ່າວ ອາດຈະໄດ້ນຳໃຊ້ເພື່ອຕີສະກັດກັ້ນເຮືອບິນ, ເຮຣີກອບເຕີ, ລູກສອນໄຟນຳວິຖີ ແລະ ລູກສອນໄຟຄວາມໄວສູງເຖິງ 20 ກິໂລແມັດ ແລະ ຈາກໄລຍະຫ່າງ 60 ກິໂລແມັດ./