NATO ຢຸດຕິການບຸກໂຈມຕີທາງອາກາດ ເຂົ້າ ອາບການິສະຖານ
ທ່ານHamid Karzai. ປະທານາທິບໍດີ ອາບການິສະຖານ
ພາບ: REUTERS
|
(vovworld) - ອົງການ NATO ຈະບໍ່ປະຕິບັດບໍ່ວ່າການບຸກໂຈມຕີທາງອາກາດຄັ້ງໃດໆຢູ່ມໍ່ກັບບັນດາເຂດຊຸມຊົນຂອງ ອາບການິສະຖານ. ນີ້ແມ່ນຄຳຖະແຫລງຂອງທ່ານ Hamid Karzai ປະທານາທິບໍດີ ອາບການິສະຖານ ທີ່ຍົກອອກມາໃນວັນທີ 12/06 ພາຍຫລັງເຫດບຸກໂຈມຕີທາງອາກາດກ່ອນນີ້ 6 ວັນ ຊຶ່ງເຮັດໃຫ້ປະຊາຊົນ ອາບການິສະຖານ 20 ຄົນຖືກເສຍຊີວິດ, ໃນນັ້ນ ສ່ວນຫລາຍແມ່ນແມ່ຍິງ ແລະ ເດັດນ້ອຍ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບປະທານາທິບໍດີ, ທ່ານ Karzai ໃຫ້ຮູ້ວ່າ: NATO ຈະບໍ່ປະຕິບັດເຫດວາງລະເບີດໃດໃສ່ບັນດາເຂດຊຸມຊົນຢູ່ ອາບການິສະຖານ. ແລະ ອາບການິສະຖານຖືວ່າ ນີ້ແມ່ນການໃຊ້ກຳລັງອາວຸດທີ່ບໍ່ເໝາະສົມ ແລະ ຜິດກົດໝາຍ. ກ່ອນຫນ້ານັ້ນ ທ່ານ Karzai ໄດ້ມີການພົບປະກັບ ນາຍພົນ John Allen ຜູ້ບັນຊາການກຳລັງທະຫານ NATO ຢູ່ ອາບການິສະຖານ ແລະ ທ່ານ Ryan Crocker ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາບການິສະຖານ. ທີ່ການພົບປະ, ບັນດາຝ່າຍລ້ວນແຕ່ເຫັນດີວ່າ ບັນດາເຫດບຸກໂຈມຕີທາງອາກາດດັ່ງກ່າວແມ່ນລະເມີດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດລະຫວ່າງ ອາເມລິກາ ແລະ ອາບການິສະຖານທີ່ໄດ້ລົງນາມໃນເດືອນຜ່ານມາ.